ວັນທີ 24 ກັນຍາ 2021 ທົ່ວປະເທດກວດພົບຜູ້ຕິດເຊື້ອໂຄວິດໃໝ່ 434 ກໍລະນີ ສະຫຼຸບ ສະຖານະການລະບາດຂອງພະຍາດໂຄວິດ ຈາກຄະນະເພາະກິດ ທົ່ວປະເທດກວດພົບຜູ້ຕິດເຊື້ອໃໝ່ 434 ຕົວຢ່າງ , ແຂວງນະຄອນຫຼວງວຽງຈັນຜູ້ຕິດເຊື້ອໂຄວິດ 231 ຄົນ ( 2 ຄົນ ເປັນກໍລະນີນຳເຂົ້າ) ( 229 ຄົນ ໃນຊຸມຊົນ) , ແຂວງຈຳປາສັກມີຜູ້ຕິດເຊື້ອໂຄວິດ ຈຳນວນ: 34 ຄົນ ( 6 ຄົນ ເປັນກໍລະນີນຳເຂົ້າ)( 28 ຄົນ ໃນຊຸມຊົນ) , ແຂວງສະຫັວນນະເຂດມີຜູ້ຕິດເຊື້ອໂຄວິດ ຈຳນວນ : 13 ຄົນ ( 10 ຄົນ ເປັນກໍລະນີນຳເຂົ້າ) ( 3 ຄົນ ໃນຊຸມຊົນ), ແຂວງສາລະວັນ: 13 ຄົນ ( 10 ຄົນ ເປັນກໍລະນີນຳເຂົ້າ) ( 3 ຄົນ ໃນຊຸມຊົນ) , ແຂວງຄຳມ່ວນ 69 ຄົນ (ໃນຊຸມຊົນ) , ແຂວງຫຼວງພະບາງ 12 ຄົນ (ໃນຊຸມຊົນ) ( ຄົນ ໃນຊຸມຊົນ) , ແຂວງວຽງຈັນ ( 49 ຄົນ ໃນຊຸມຊົນ) , ຫຼວງນ້ຳທາ 2 ຄົນ, ແຂວງອຸດົມໄຊ ( 1 ຄົນ ໃນຊຸມຊົນ) , ແຂວງບໍ່ແກ້ວ 6 ຄົນ (ໃນຊຸມຊົນ) ແຂວງອັດຕະປຶ 4 ຄົນ (ໃນຊຸມຊົນ)
ສະນັ້ນຂໍໃຫ້ທຸກຄົນຢ່າປະໝາດ ໃຫ້ພາກັນຮັກສາມາດຕະການຢ່າງເຂັ້ມງວດ ບໍ່ປ່ອຍປະລະເລີຍຕໍ່ມາດຕະການໄປໃສມາໃສໃຫ້ໃສ່ຜ້າປິດປາກປິດດັງ ບໍ່ໄປສະຖານທີ່ແອອັດ ແລະ ມີຄົນຫຼາຍ ເພື່ອຫຼີກລ້ຽງໄລຍະຫ່າງທາງສັງຄົມ ແລະໃຫ້ໝັ່ນລ້າງມືທຸກຄັ້ງເວລາອອກໄປຂ້າງນອກ ຫຼື ຈັບບາຍສິ່ງຂອຕ່າງໆດ້ວຍເຈວແອວກໍຮໍ ສຸດທ້າຍຂໍໃຫ້ທຸກຄົນປອດໄພ ເຮົາຈະຜ່ານວິກິດຄັ້ງນີ້ໄປດ້ວຍກັນ