ວັນທີ 30 ກັນຍາ 2021 ທົ່ວປະເທດກວດພົບຜູ້ຕິດເຊື້ອໂຄວິດໃໝ່ 358 ກໍລະນີ ສະຫຼຸບ ສະຖານະການລະບາດຂອງພະຍາດໂຄວິດ ຈາກຄະນະເພາະກິດ ທົ່ວປະເທດກວດພົບຜູ້ຕິດເຊື້ອໃໝ່ 358 ຕົວຢ່າງ , ແຂວງນະຄອນຫຼວງວຽງຈັນຜູ້ຕິດເຊື້ອໂຄວິດ 128 ຄົນ (ໃນຊຸມຊົນ) , ແຂວງຈຳປາສັກມີຜູ້ຕິດເຊື້ອໂຄວິດ ຈຳນວນ: 20 ຄົນ (ໃນຊຸມຊົນ) , ແຂວງສະຫັວນນະເຂດມີຜູ້ຕິດເຊື້ອໂຄວິດ ຈຳນວນ : 38 ຄົນ ( 3 ຄົນ ເປັນກໍລະນີນຳເຂົ້າ) ( 35 ຄົນ ໃນຊຸມຊົນ), ແຂວງສາລະວັນ: 15 ຄົນ (ເປັນກໍລະນີນຳເຂົ້າ) , ແຂວງຄຳມ່ວນ 11 ຄົນ (ໃນຊຸມຊົນ) , ແຂວງຫຼວງພະບາງ 71 ຄົນ (ໃນຊຸມຊົນ) , ແຂວງວຽງຈັນ ( 24 ຄົນ ໃນຊຸມຊົນ) , ແຂວງບໍ່ແກ້ວ 14 ຄົນ (ໃນຊຸມຊົນ) , ແຂວງບໍລິຄຳໄຊ 18 ຄົນ ( 3 ຄົນ ເປັນກໍລະນີນຳເຂົ້າ) ( 15 ຄົນ ໃນຊຸມຊົນ) , ແຂວງໄຊສົມບູນ ( 16 ຄົນ ໃນຊຸມຊົນ) , ແຂວງອັດຕະປື ( 3 ຄົນ ໃນຊຸມຊົນ)
ສະນັ້ນຂໍໃຫ້ທຸກຄົນຢ່າປະໝາດ ໃຫ້ພາກັນຮັກສາມາດຕະການຢ່າງເຂັ້ມງວດ ບໍ່ປ່ອຍປະລະເລີຍຕໍ່ມາດຕະການໄປໃສມາໃສໃຫ້ໃສ່ຜ້າປິດປາກປິດດັງ ບໍ່ໄປສະຖານທີ່ແອອັດ ແລະ ມີຄົນຫຼາຍ ເພື່ອຫຼີກລ້ຽງໄລຍະຫ່າງທາງສັງຄົມ ແລະໃຫ້ໝັ່ນລ້າງມືທຸກຄັ້ງເວລາອອກໄປຂ້າງນອກ ຫຼື ຈັບບາຍສິ່ງຂອຕ່າງໆດ້ວຍເຈວແອວກໍຮໍ ສຸດທ້າຍຂໍໃຫ້ທຸກຄົນປອດໄພ ເຮົາຈະຜ່ານວິກິດຄັ້ງນີ້ໄປດ້ວຍກັນ