ເຮືອບິນຂະໜາດນ້ອຍຕົກໃນຣັດເຊຍ ເສຍຊີວິດ 16ຄົນ
ສຳນັກຂ່າວRIAໃນຣັດເຊຍ ລາຍງານວ່າ:ວັນທີ10ຕຸລາ2021 ເກີດອຸບັດເຫດ ເຮືອບິນ ຂະໜາດນ້ອຍ L-410ຕົກ ໃນສາທາລະນະລັດTatarstanຂອງຣັດເຊຍ ເຮັດໃຫ້ມີ ຜູ້ເສຍຊີວິດ 16ຄົນ ແລະ ບາດເຈັບ 7ຄົນ
ເປັນກຸ່ມນັກໂດດຈ້ອງ ໂດຍສານ ມາດ້ວຍເຮືອບິນ 2ເຄື່ອງຈັກ ບິນໄລຍະໄກ.ຂະນະນີ້ ເຈົ້າໜ້າທີ່ກູ້ໄພ ໄດ້ໃຫ້ການຊ່ວຍເຫລືອ ຜູ້ເຄາະຮ້າຍ ຈາກເຫດການ ດັ່ງກ່າວ ແລະ ເລັ່ງກູ້ຊາກເຮືອບິນ ອອກຈາກ ສະຖານທີ່ ເກີດເຫດ ຢ່າງຮີບດ່ວນ ພ້ອມທັງ ສືບສວນ ສອບສວນ ຫາສາເຫດ ທີ່ພາໃຫ້ເຮືອບິນຕົກ ໃນຄັ້ງນີ້./.
ຮຽບຮຽງຂ່າວໂດຍ ສະໄຫວ ລາດປາກດີ
ສຳນັກຂ່າວRIAໃນຣັດເຊຍ ລາຍງານວ່າ:ວັນທີ10ຕຸລາ2021 ເກີດອຸບັດເຫດ ເຮືອບິນ ຂະໜາດນ້ອຍ L-410ຕົກ ໃນສາທາລະນະລັດTatarstanຂອງຣັດເຊຍ ເຮັດໃຫ້ມີ ຜູ້ເສຍຊີວິດ 16ຄົນ ແລະ ບາດເຈັບ 7ຄົນ ເປັນກຸ່ມນັກໂດດຈ້ອງ ໂດຍສານ ມາດ້ວຍເຮືອບິນ 2ເຄື່ອງຈັກ
ບິນໄລຍະໄກ.ຂະນະນີ້ ເຈົ້າໜ້າທີ່ກູ້ໄພ ໄດ້ໃຫ້ການຊ່ວຍເຫລືອ ຜູ້ເຄາະຮ້າຍ ຈາກເຫດການ ດັ່ງກ່າວ ແລະ ເລັ່ງກູ້ຊາກເຮືອບິນ ອອກຈາກ ສະຖານທີ່ ເກີດເຫດ ຢ່າງຮີບດ່ວນ ພ້ອມທັງ ສືບສວນ ສອບສວນ ຫາສາເຫດ ທີ່ພາໃຫ້ເຮືອບິນຕົກ ໃນຄັ້ງນີ້./.
ຮຽບຮຽງຂ່າວໂດຍ ສະໄຫວ ລາດປາກດີ