ຄະນະສະເພາະກິດແຂວງຄຳມ່ວນ ອອກມາດຕະການສືບຕໍ່ປິດການເດີນທາງເຂົ້າ-ອອກ ຕື່ມອີກ 14 ວັນ ເລີ່ມ 12-25 ຕຸລາ 2021.ໃນວັນທີ 11 ຕຸລາ 2021 ເຈົ້າແຂວງຄຳມ່ວນ ໄດ້ອອກຄຳສັ່ງສືບຕໍ່ເພີ່ມວີມາດຕະການປ້ອງໂຄວິດ-19 ໂດຍໃຫ້ປະຕິບັດດັ່ງນີ້.
1. ສືບຕໍ່ປີດການເດີນທາງ ເຂົ້າ-ອອກ ແຂວງຄໍາມ່ວນ ເປັນເວລາ 14 ວັນ ນັບແຕ່ວັນທີ 12 ຫາ 25 ຕຸລາ 2021. ຫ້າມບຸກຄົນ, ນິຕິບຸກຄົນ ຈາກແຂວງອື່ນທີ່ມີການຕິດເຊື້ອຢູ່ຊຸມຊົນ ເດີນທາງເຂົ້າມາແຂວງຄໍາມ່ວນ ໂດຍເດັດຂາດ; ຖ້າມີຄວາມຈໍາເປັນຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດແຂວງຄໍາມ່ວນ, ມີໃບຢັ້ງຢືນການສັກຢາວັກຊິນຄົບໂດສ໌, ໃບຢັ້ງຢືນກວດຫາເຊື້ອພະຍາດໂຄວິດ-19 ທີ່ມີກໍານົດບໍ່ເກີນ 72 ຊົ່ວໂມງ ແລະ ໜັງສືຢັ້ງຢືນຈາກຄະນະສະເພາະກິດຕົ້ນທາງ.
2. ຫ້າມບຸກຄົນ, ນິຕິບຸກຄົນ ພາຍໃນແຂວງຄໍາມ່ວນເດີນທາງໄປຕ່າງແຂວງ ຍົກເວັ້ນຜູ້ທີ່ໄດ້ຮັບການແຕ່ງຕັ້ງມອບໝາຍໄປເຮັດວຽກທາງລັດຖະການ ຫຼື ຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະພະກິດຂັ້ນແຂວງ.
3. ຫ້າມລົດຂົນສົ່ງສິນຄ້າ, ລົດໂດຍສານ, ລົດສ່ວນບຸກຄົນ ທີ່ເດີນທາງຜ່ານແຂວງຄໍາມ່ວນ ໄປແຂວງອື່ນຈອດເອົາຄົນ ແລະ ສິນຄ້າ ຂື້ນ-ລົງ ໂດຍເດັດຂາດ. ຖ້າມີການລະເມີດໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງປະຕິບັດມາດຕະການທາງກົດໝາຍຢ່າງເຂັ້ມງວດ ໂດຍບໍ່ມີກໍລະນີຍົກເວັ້ນໃດໆ.
4. ຫ້າມບຸກຄົນໃນຄອບຄົວ, ຍາດພີ່ນ້ອງ, ໝູ່ເພື່ອນ ທີ່ໄດ້ສໍາພັດໃກ້ຊິດກັບຜູ້ຕິດເຊື້ອໂຄວິດ-19 (C1) ແລະ ຜູ້ທີ່ຮູ້ວ່າຕົນເອງມີການສໍາພັດໃກ້ຊິດກັບ C1 ໃຫ້ກັກຕົນເອງຢູ່ເຮືອນ.
5. ສຳລັບບ້ານສີແດງ ໃຫ້ປິດທຸກກິດຈະການ ແລະ ຫ້າງຮ້ານຕ່າງໆພາຍໃນບ້ານ, ຍົກເວັ້ນ: ຫ້ອງການບ້ານ, ປກສ ກຸ່ມບ້ານ, ສຸກສາລາ, ຮ້ານຂາຍຢາ, ຫ້າມບຸກຄົນອອກຈາກບ້ານ ຍົກເວັ້ນ: ພະນັກງານລັດ, ເຈົ້າໜ້າທີ່ ທີ່ໄດ້ຮັບການແຕ່ງຕັ້ງມອບໝາຍໄປວຽກທາງລັດຖະການ ແລະ ປະຊາຊົນໄປໂຮງໝໍ, ໄປຮັບວັກຊິນ, ເຈັບເປັນ, ມີຜູ້ເສຍຊີວິດ, ໄປກວດຫາເຊື້ອພະຍາດໂຄວິດ-19.
6. ຫ້າມຈັດປະຊຸມ, ໂຮມຊຸມນຸມ, ກິດຈະກໍາທາງສາສະໜາ, ງານບຸນປະເພນີ, ງານດອງ, ງານລ້ຽງສ້າງສັນ ແລະ ຊຸມແຊວຕ່າງໆ ຢ່າງເດັດຂາດ; ກໍລະນີຈຳເປັນ ເຊັ່ນ: ການຄົບງັນ ງານສົບ, ສົ່ງສະການ ທີ່ບໍ່ ແມ່ນຜູ້ທີ່ເສຍຊີວິດຈາກພະຍາດໂຄວິດ-19 ແລະ ບໍ່ແມ່ນພະຍາດລະບົບຫາຍໃຈຮຸນແຮງກະທັນຫັນ ແມ່ນ ໃຫ້ເຮັດແບບກະທັດຮັດ.7. ໃຫ້ສືບຕໍ່ປິດຕະຫຼາດຫຼັກ 2, ຫຼັກ 3, ຕະຫຼາດເພັດມະນີ, ຕະຫຼາດນາໂບ, ຕະຫຼາດກາງຄືນ, ຮ້ານກິນດື່ມ, ໂຮງແຮມ, ບ້ານພັກ, ຮ້ານບັນເທິງ, ສວນນໍ້າ, ຮ້ານຄະຣາໂອເກະ, ຮ້ານອິນເຕີເນັດ