ສາຍໄຟທາງລົດໄຟລາວ-ຈີນ ຖືກຕັດຂາດ 8 ຈຸດ ທີ່ເມືອງໄຊ ແລະ ເປັນຄັ້ງທີ 5 ທີ່ເກີດຂຶ້ນຈຸດດັ່ງກ່າວຕອນເຊົ້າຂອງວັນທີ 23 ຕຸລາ ທີ່ ເມືອງໄຊ ແຂວງອຸດົມໄຊ ໃນໄລຍະ 350 ແມັດ ສາຍໄຟຂອງລົດໄຟລາວ-ຈີນ ໄດ້ຖືກຕັດຂາດ 8 ຈຸດ ເຊິ່ງຄັ້ງນີ້ເປັນຄັ້ງທີ 5 ຢູ່ຈຸດດັ່ງກ່າວ. ຫາກເກີດເຫດການແບບນີ້ຕໍ່ໄປນອກຈາກຈະສົ່ງຜົນກະທົບຕໍ່ການ
ກວດກາເຕັກນິກລົດໄຟແບບເຄື່ອນທີ່ ແລະ ສົ່ງຜົນກະທົບເຖິງການເປີດດຳເນີນການໃນເດືອນ ທັນວາ ທີ່ຈະມາເຖິງແລ້ວ, ຍັງລວມໄປເຖິງຄວາມປອດໄພໃນການແລ່ນລົດ ແລະ ຄວາມປອດໄພຂອງປະຊາຊົນທຸກຄົນເອງ. ສະນັ້ນ, ຮຽກຮ້ອງໃຫ້ປະຊາຊົນທຸກຄົນເປັນເຈົ້າການຮ່ວມກັນ, ຊ່ວຍກັນເປັນຫູເປັນຕາ, ຖ້າພົບເຫັນຄົນໄປຕັດ, ລັກ ຫຼື
ທຳລາຍສາຍໄຟຂອງທາງລົດໄຟໃຫ້ຊ່ວຍກັນແຈ້ງເຈົ້າໜ້າທີ່ໃກ້ຄຽງໃຫ້ໄວທີ່ສຸດ.ປັດຈຸບັນ, ເຫດການນີ້ໄດ້ຖືກແຈ້ງໃຫ້ເຈົ້າຫນ້າທີ່ທະຫານ,ຕຳຫລວດຮັບຊາບເປັນທີ່ຮຽບຮ້ອຍແລ້ວ. ຖ້າຜູ້ກຳທຳຜິດຖືກຈັບໄດ້ກໍຈະຖືກນຳມາປະຕິບັດໂທດຕາມລະບຽບກົດໝາຍ.
ສາຍໄຟທາງລົດໄຟລາວ-ຈີນ ຖືກຂາດ 8 ຈຸດ ທີ່ເມືອງໄຊ ແລະ ເປັນຄັ້ງທີ 5
ສາຍໄຟທາງລົດໄຟລາວ-ຈີນ ຖືກຂາດ 8 ຈຸດ ທີ່ເມືອງໄຊ ແລະ ເປັນຄັ້ງທີ 5
ຂ່າວໂດຍ: ບໍລິສັດທາງລົດໄຟລາວ-ຈີນ