ເອີ້ນໄດ້ວ່າສະໄໝນີ້ ບໍ່ມີໃຜບໍ່ຮູ້ຈັກການຊື້ເຄື່ອງຜ່ານອອນບລາຍແລ້ວ ເພາະມັນສ້າງຄວາມສະດວກສະບາຍ ໃຫ້ກັບບັນດາລູກຄ້າທັງຫຼາຍ ບໍ່ຕ້ອງໄປຊື້ຢູ່ໜ້າຮ້ານມໃຫ້ເປື້ອງເວລາ ຫຼື ເປືອງຫຼາຍຢ່າງຕື່ມກັນ ພຽງແຕ່ກົດສັ່ງຜ່ານມືຖື ເຄື່ອງກໍ່ມາສົ່ງຮອດເຮືອນແລ້ວ.
ເຊິ່ງແນ່ນອນວ່າຂໍ້ເສນຂອງການສັ່ງເຄື່ອງຜ່ານອອນລາຍນັ້ນກໍ່ມີເຊັ່ນດຽ%ກັນ ໂດຍສະເພາະແມ່ນການບໍ່ສາມາດເລືອກສິນຄ້າຕົວຈິງໄດ້ຕາມສະເປັກທີ່ຕົນເອງຕ້ອງການ ແຖມບາງຄັນໂຊກຮ້າຍກໍ່ອາດຈະໄດ້ເຕື່ອງບໍ່ຕົງປົກອີກ.
ດັ່ງກໍລະນີນີ້ ສາວຊາວຈີນສັ່ງຊື້ຜົມໜ້າມ້າຜ່ານແອັດບສັ່ງເຄື່ອງ ຈາກພາບທີ່ດຫັນໃນໂຄສະນາ ກັຍສິ່ງທີ່ໄດ້ນັ້ນ ມັນຊ່າງແຕກຕ່າງກັນເຫຼືອເກີນ ຈາກໜ໊າມ້ານາງແບບສາວງາມໆ ກັບກາຍເປັນໜວດປາດຸກໄປທັນທີ.
ເອີ້ນໄດ້ວ່າຈາກພາບທີ່ຖືກອັບລົງໃນທະວີດເຕີ ກໍ່ກາຍເປີກະແສຖືກແຊຕໍ່ຢ່າງຫຼວງຫຼາຍ ແລະ ກໍ່ກາຍເປັນເລື່ອງທີ່ສ້າງສຽງຫົວໃຫ້ກັບຊາວເນັດໄປເລີຍ.
ສະນັ້ນແອັດເຕືອນເດີ້ ຖ້າຄິດຈະຊື້ເຄື່ອງອອນລາຍຕ້ອງກວດສອບໃຫ້ດີ ຂະນະດຽວກັນ ກໍ່ຕ້ອງທໍາໃຈ ຫຼື ເຜື່ອໃນໄວ້ນໍາ ເພາະສິນຄ້າທີ່ໄດ້ອາດບໍ່ຕົງປົກສະເໝີໄປ.