ຄົນເກີດວັນຈັນ:ການງານພົບອຸປະສັກຕິດຂັດໃນການເຮັດທຸລະກິດ ອາດກ່ຽວກັບການເຈລະຈາ ການເງິນຈະໄດ້ເງິນດ້ວຍຄວາມສາມາດພິເສດຂອງຕົນເອງ ຄວາມຮັກມີໂອກາດພົບຮັກກັບຄົນທີ່ສະຫຼຽວສະຫຼາດ ມີສະເໜ່ມີຊື່ສຽງດີ ເຄື່ອງມຸງຄຸນ ເງິນ ສີມຸງຄຸນ ສີນໍ້າຕານ ເລກນຳໂຊກ 8
ຄົນເກີດວັນອັງຄານ:ການງານມີໂອກາດພົບການປ່ຽນແປງຍົກຍ້າຍວຽກງານໄປທາງທີ່ດີ ການເງິນມື້ນີ້ຈະໄດ້ຮັບຂ່າວດີທາງການເງິນ ຄວາມຮັກເກີດການຂັດແຍ້ງດ້ານຄວາມສຳພັນເຮັດໃຫ້ເກີດທຸກໃຈ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນ ສີແດງ ເລກນຳໂຊກ 4
ຄົນເກີດວັນພຸດ:ການງານການງານກໍາລັງກ້າວໜ້າ ແຕ່ຕ້ອງລະວັງເລື່ອງຂອງເອກະສານສັນຍາ ການເງິນມື້ນີ້ໂຊກດີຈະໄດ້ເງິນເຂົ້າມາໃຊ້ຈ່າຍ ຫຼາຍກວ່າປົກກະຕິ ຄວາມຮັກໄດ້ພົບຮັກກັບຄົນທີ່ມີສະເໜ່ ແຕ່ຕ້ອງລະວັງເລື່ອງຂອງອາລົມຂອງທ່ານ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນ ສີດໍາ ເລກນຳໂຊກ 6
ຄົນເກີດວັນພະຫັດ:ການງານເກີດການຂັດແຍ້ງກັບຮຸ້ນສ່ວນ ເພາະການລົມກັນບາງຢ່າງທີ່ຍັງບໍ່ເຂົ້າກັນ ການເງິນມີທັງຮັບທັງຈ່າຍໃນໄລຍະນີ້ ຕ້ອງປະຢັດລາຍຈ່າຍໃຫ້ຫຼາຍ
ຄວາມຮັກໄດ້ພົບຮັກກັບຄົນທີ່ທ່ານປາດຖະໜາ ເພາະລາວເປັນຄົນທີ່ມີຄວາມເປັນຜູ້ນໍາ ເຄື່ອງມຸງຄຸນ ຫິນນໍາໂຊກສີແດງ ສີມຸງຄຸນ ສີຟ້າ ເລກນຳໂຊກ 3
ຄົນເກີດວັນສຸກ:ການງານເຮັດທຸລະກິດຈະການຈະເກີດຄວາມສຳເລັດໃນດ້ານການງານ ການເງິນມື້ນີ້ໂຊກດີຈະໄດ້ເງິນເຂົ້າມາໃຫ້ໄດ້ໃຊ້ຈ່າຍ ເຂົ້າມາຊ່ວຍໜຸນ ຄວາມຮັກຕົກຢູ່ໃນສະຖານະການຮັກບໍ່ສົມຫວັງຕ້ອງລະວັງອາດຜິດຫວັງເລື່ອງຄວາມຮັກ ເຄື່ອງມຸງຄຸນ ຄໍາ ສີມຸງຄຸນ ສີເຫຼືອງ ເລກນຳໂຊກ 7
ຄົນເກີດວັນເສົາ:ການງານລົງມືເຮັດທຸລະກິດການຄ້າໄດ້ຜົນກຳໄລງາມ ການເງິນພົບເລື່ອງເສຍເງິນແບບບໍ່ຄາດຝັນເຂົ້າມາໃຫ້ທ່ານໄດ້ໃຊ້ເງິນ ຄວາມຮັກໄດ້ພົບຮັກກັບຄົນທີ່ມີຊື່ສຽງດີ ແຕ່ກໍອາດບໍ່ແມ່ນເນື້ອຄູ່ຂອງທ່ານ ເຄື່ອງມຸງຄຸນ ເພັດສີແດງ ສີມຸງຄຸນ ສີດໍາ ເລກນຳໂຊກ 1
ຄົນເກີດວັນອາທິດ:ການງານເຮັດທຶນດ້ານການຄ້າຈະໄດ້ຜົນກຳໄລເຂົ້າມາຫຼາຍ ການເງິນຈະໄດ້ໂຊກຈາກບໍລິວານຊ່ວຍເຫຼືອທາງດ້ານເງິນຄໍາ ຄວາມຮັກພົບຄວາມສຳພັນທີ່ບໍ່ຊັດເຈນ ອາດມາຈາກທ່ານບໍ່ຍອມຮັບໃນສິ່ງທີ່ເຮັດຢູ່ ເຄື່ອງມຸງຄຸນ ເພັດສີແດງ ສີມຸງຄຸນ ສີບົວ ເລກນຳໂຊກ 3