ຝາກເຕືອນໄວ້ ໃຜມີລູກຫລານນ້ອຍ ເຫດເກີດ ທີ່ບ້ານເມືອງປາ ເມືອງປາກລາຍ ແຂວງໄຊຍະບູລີ ວັນທີ 2 /11/2021ຕອນເວລາປະມານ 3 ໂມງແລງ ນ້ອງນິຊາ ອາຍຸ 3 ປີ ໄດ້ໄປຊື້ເຂົ້າຫນົມຈີນ(ບໍ່ຮູ້ຊື່ເພາະເປັນພາສາຈີນ) ທີ່ຮ້ານຂາຍເຂົ້າຫນົມໂຮງຮຽນແລ້ວກິນຕາມປະສາເດັກນ້ອຍ
ເວລາ 6 ໂມງແລງນ້ອງເກີດອາການວິ່ງວຽນນ້ຳລາຍໄຫລປອດອອກມາ ແລະຮາກບໍ່ເຊົາ ພໍ່ແມ່ຍາດພີ່ນ້ອງຈຶ່ງນຳນ້ອງໄປສຸກສາລາ ປະຈຳຫມູ່ບ້ານ ສູດທ້າຍແພດຫມໍທີ່ປະຈຳສຸກສາລາຊ່ວຍບໍ່ໄດ້ຈຶງນຳສົ່ງໂຮງຫມໍເມືອງ ແຕ່ນ້ອງຍັງບໍ່ທັນຮອດໂຮງຫມໍເມືອງຊ້ຳ ນ້ອງຈາກໄປໂດຍບໍ່ມີວັນກັບ..
ສິ່ງທີ່ຫນ້າສັງເກດ ຊອງເຂົ້າຫນົມທີ່ປ້າຂອງຫລານນ້ອຍສົ່ງໃຫ້ນັ້ນມີຂາຍຕາມໂຮງຮຽນປະຖົມ ອະນຸບານທົ່່ວໄປເດັກນ້ອຍມັກກິນຫລາຍຄັກວັນເດືອນປີທີ່ໂຊທາງດ້ານຫນ້ານີ້ຈະເປັນວັນຜະລິດ ຫລື ຫມົດອາຍຸກະບໍ່ຮູ້ແນ່ຊັດ 02/06/2021
ຮ້ານໃດກໍຕາມທີ່ຈະໄປຈຳຫນ່າຍສິນຄ້າໃນໂຮງຮຽນໂດຍສະເພາະໂຮງຮຽນປະຖົມຕາມບ້ານນອກ ຄວນຈະມີຫນ່ວຍງານ ຫລື ອົງການຈັດຕັ້ງທີ່ກ່ຽວຂ້ອງ ກວດສອບຄຸນນະພາບສິນຄ້າແດ່ ທັງຫມົດນີ້ກໍເພື່ອຮັກສຸກຂະພາບ ອະນາໄມຂອງລູກຫລານຂອງເຮົາເຊີ່ງເປັນນ້ອງນ້ອຍເຍົາວະຊົນ ທີ່ຈະເປັນກຳລັງສຳຄັນຂອງຊາດໃນອະນາຄົດ
(ຂໍມູນທັງຫມົດໄດ້ມາຈາກປ້າຂອງຫລານນ້ອຍ ນ້ອງນິຊາທີ່ຈາກໄປ ຫລືຈະສອບຖາມເພີ່ນໂດຍກົງກະໄດ້ເດີຜູ້ຂ້າຮ່ວມກິນທານນຳເພີ່ນຕາມກຳລັງ ຂໍໃຫ້ຫລານນ້ອຍ ນິຊາ ໄປເກີດດີເຖີງສຸກ ສູ່ພົບພູມທີ່ດີເດີ
ຈາກ: Parntip Vongkamdee