ສູນຂ່າວສານການແພດສຸຂະສຶກສາໄດ້ປະກາດ ເຖິງທ່ານໃດທີ່ຍັງບໍ່ທັນໄດ້ຊັກວັກຊິນ ປ້ອງກັນໂ ຄ ວິ ດ ເທື່ອ ແມ່ນໃຫ້ຮີບໄປຊັກດ່ວນ ເຊິ່ງປະຈຸບັນນີ້ ສະເພາະຢູ່ໃນ ນະຄອນຫຼວງວຽງຈັນ ຈຸດບໍລິການວັກຊີນມີດັ່ງນີ້:
1. ໂຮງໝໍສູນກາງ2. ໂຮງໝໍເມືອງ 9 ຕົວເມືອງ3. ວັດຈີນ ບ້ານ ດົງປາແລບ ເມືອງຈັນທະບູລີ (ເປີດ ວັນຈັນ ຫາ ວັນສຸກ)
4. ໂຮງໝໍເດັກ ເລີມວັນທີ 02 ຫາ 30 ພະຈິກ (ເປີດວັນຈັນ ຫາ ວັນສຸກ) ປະກອບມີ ວັກຊິນ Sinopharm ເຂັ້ມທີ 1 ແລະ 2; AstraZeneca ເຂັ້ມທີ 1 ແລະ 2.ການສັກວັກຊິນ ສໍາລັບນັກຮຽນຜູ້ທີ່ຮຽນຈົບມໍ 7 ຫຼື 17 ປີຂື້ນໄປ ກໍ່ສາມາດເຂົ້າມາສັກໄດ້.
ມາຮອດປະຈຸບັນ ຂໍລາຍງານໃຫ້ບັນດາທ່ານຊາບວ່າ ໄດ້ສັກວັກຊິນເຂັມທີ 1 ເຖິງ 3,385,146 ຄົນ (ກວມ 46,13%) ແລະ ສັກຄົບໂດສ ເຖິງ 2,884,907 ຄົນ (ກວມ 39,32 %). ເຖິງຢ່າງໃດກໍ່ຕາມ ປັດຈຸບັນ ຍັງບໍ່ທັນມີວັກຊິນຊະນິດໃດເທື່ອ ທີ່ສາມາດປ້ອງກັນພະຍາດໂ ຄ ວິ ດ-19 ໄດ້ 100%. ດັ່ງນັ້ນ, ເຖິງທ່ານຈະໄດ້ຮັບການສັກວັກຊິນຄົບແລ້ວກໍ່ຕາມ ທ່ານກໍ່ຍັງສາມາດຕິດເຊື້ອພະຍາດດັ່ງກ່າວໄດ້ ຖ້າຫາກທ່ານ ຂາດການປ້ອງກັນຕົນເອງຢ່າງເຂັ້ມງວດ.
ທຸກວັກຊີນທີ່ຖືກນໍາໃຊ້ໃນ ສປປ ລາວ ລ້ວນແຕ່ຜ່ານການຮັບຮອງຢ່າງຖີ່ຖ້ວນກ່ອນໃຫ້ບໍລິການແກ່ປະຊາຊົນ ດັ່ງນັ້ນ ຈົ່ງຢ່າລັງເລທີ່ຈະເຂົ້າຮັບວັກຊີນ.ເພື່ອຄວາມປອດໄພຂອງຕົວທ່ານ, ຄອບຄົວ ແລະ ຄົນທີ່ທ່ານຮັກ ໂດຍສະເພາະແມ່ນ ຜູ້ສູງອາຍຸ, ຜູ້ມີພະຍາດປະຈໍາຕົວ ແລະ ແມ່ຍິງຖືພາ. ສາມາດເຂົ້າຮັບວັກຊີນໃນຕາມຈຸດບໍລິການທີ່ກໍານົດໃນທົ່ວປະເທດ.
ຖ້າທ່ານໄດ້ສັກວັກຊິນຄົບແລ້ວ ກໍ່ຢ່າປະໝາດ ແຕ່ໃຫ້ດໍາລົງຊີວິດປົກກະຕິແບບໃໝ່ ໂດຍການໃສ່ຜ້າອັດປາກ-ດັງ, ໝັ່ນລ້າງມືເລື້ອຍໆ ດ້ວຍນ້ຳສະອາດ ໃສ່ສະບູ ຫຼື ເຈວລ້າງມືຂ້າເຊື້ອທີ່ມີທາດເຫຼົ້າ 70 % ຂຶ້ນໄປ ແລະ ຮັກສາໄລຍະຫ່າງຈາກຄົນອື່ນສະເໝີ ເພື່ອຊ່ວຍກັນ ຕັດຕ່ອງໂສ້ຂອງການແຜ່ລະບາດໃນຄັ້ງນີ້.
ສຳຫຼັບການບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂ ຄ ວິ ດ – 19 ສໍາລັບຢູ່ບັນດາແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອ ໂ ຄ ວິ ດ – 19 ໄດ້ຢູ່ໂຮງໝໍແຂວງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນ ແຂວງກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນ ເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນ ລາຍລະອຽດ ດັ່ງນີ້:ຈຸດກວດຄົງທີ່: ມີຄື ສະໜາມກິລາໃນຮົ່ມ ບຶງຂະຫຍອງ (ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງຈຸດເປັນຕົວຢ່າງ ຢູ່ ມສ ລາວ-ຫວຽດ ແລະ ມ. ຕົ້ນ ເຈົ້າອານຸວົງ ທີມກວດເຄື່ອນທີ່:01 ທີມ ຂອງສາທາເມືອງໄຊທານີ 01 ທີມ ຂອງສາທາ ເມືອງ ສີສັດຕະນາກ 01 ທີມ ຂອງສາທາເມືອງສີໂຄດຕະບອງ ເຄື່ອນທີ່ເກັບຕົວຢ່າງ ຕາມຈຸດທີ່ມີການລະບາດ ພາຍໃນເມືອງຂອງຕົນສາທາເມືອງນາຊາຍທອງ 02 ທີມພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 2 ທິມ ເຄື່ອນໄຫວໄປຊ່ວຍທຸກເມືອງໃນການເກັບຕົວຢ່າງຢູ່ສະຖານທີ່ມີການລະບາດ