ເຫດໄຟໄຫມ້ເຮືອນ 2 ຫລັງ ຢູ່ບ້ານດອນຫນູນ ເສຍຫາຍຫຼາຍກວ່າ 1,8 ຕື້ກີບ
ໃນວັນທີ 10 ພະຈິກ 2021 ເວລາປະມານ 9:15 ໂມງ, ເຈົ້າຫນ້າທີ່ກອງມອດໄຟ ປກສ ເມືອງໄຊທານີ,ນະຄອນຫລວງວຽງຈັນ ໄດ້ຮັບແຈ້ງເຫດໄຟໄຫມ້ເຮືອນຂອງປະຊາຊົນ 2 ຫຼັງ ຢູ່ບ້ານດອນຫນູນ ຮ່ອມ 28.
ຈາກນັ້ນ, ເຈົ້າຫນ້າທີ່ໄດ້ນໍາລົດດັບເພີງ ຈຳນວນ 2 ຄັນ ແລະ ກຳລັງ 16 ຄົນ ໄປສະຖານທີ່ເກີດເຫດ ແລະ ໃຊ້ເວລາມອດ 1 ຊົ່ວໂມງ ຈຶ່ງສາມາດຄອບຄຸມໄຟໄດ້, ຜ່ານການເກັບກຳຂອງມູນ ຂອງເຈົ້າຫນ້າທີ່ ເຮືອນທີ່ເກີດຕົ້ນເພີງ ເປັນເຮືອນສອງຊັ້ນລຸ່ມກໍ່, ເທິງໄມ້, ມຸງດ້ວຍກະເບື້ອງ ເປັນເຮືອນຂອງ ນາງ ກ (ນາມສົມມຸດ) ອາຍຸ 54 ປີ ປະຊາຊົນບ້ານດັ່ງກ່າວ, ຈາກນັ້ນ ໄຟໄດ້ໄຫມ້ ລຸກລາມໄປຫາເຮືອນ ຂອງ ທ້າວ ຄ (ນາມສົມມຸດ) ອາຍຸ 74 ປີ, ທີ່ຢູ່ຕິດກັນ, ເປັນເຮືອນກໍ່ສອງຊັ້ນຄືກັນ, ໄຟໄດ້ລຸກໄຫມ້ຢ່າງໄວວາ ເຮັດໄດ້ເຮືອນທັງສອງຫລັງ ເສຍຫາຍຫມົດ.
ຈາກການປະເມີນ ໃນເບື້ອງຕົ້ນ ມູນຄ່າຄວາມເສຍຫາຍ ສູງເຖິງ 1.800.000.000 ກີບ, ສຳລັບສາເຫດຂອງໄຟໄຫມ້ ຍັງຢູ່ໃນຂັ້ນຕອນສືບສວນ ຂອງເຈົ້າຫນ້າທີ່. ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ເຄາະຮ້າຍ ໃຫ້ທຸກຄົນລະມັດລະວັງຟື້ນໄຟໃນເຮືອນຂອງທ່ານ ເພື່ອປ້ອງກັນການເກີດອັກຄີໄພ.
Cr: ຂ່າວ ປກສ.ນວ