ມອບ-ຮັບໂຮງຫມໍມະໂຫສົດໂຮງໝໍລັດທີ່ໃຫ່ຍທີ່ສຸດໃນລາວ
ພິທີມອບ-ຮັບໂຄງການຊ່ວຍເຫຼືອໂຮງໝໍມະໂຫສົດ ໄລຍະທີໜຶ່ງຂອງກະຊວງສາທາລະນະສຸກ ແຫ່ງ ສປປ ລາວ
ຈັດຂຶ້ນໃນຕອນເຊົ້າວັນທີ 11 ພະຈິກ 2021 ນີ້, ໂຄງການດັ່ງກ່າວແມ່ນໄດ້ຮັບການຊ່ວຍເຫຼືອຈາກ ສປ ຈີນ ເປັນໂຄງການທີ່ໃຫຍ່ທີ່ສຸດການຊ່ວຍເຫລຶອດ້ານສາທາລະນະສຸກຂອງ ສປ ຈີນ ຕໍ່ຕ່າງປະເທດ.
ໂຮງຫມໍແຫ່ງນີ້ມີເນື້ອທີ່ 5 ເຮັກຕາປາຍ ເນື້ອທີ່ປຸກສ້າງປະມານ 3 ເຮັກຕາປາຍ ເຊິ່ງແບ່ງອອກເປັນສອງໄລຍະ
ສໍາລັບໄລຍະທີຫນື່ງປະກອບມີຕຶກອາຄານ 8 ຊັ້ນ ແລະ 4 ຊັ້ນ, ໄລຍະທີສອງປະກອບມີຕຶກອາຄານ 5 ຊັ້ນ ແລະ 4 ຊັ້ນ ຄາດວ່າຈະສ້າງສໍາເລັດໃນທ້າຍປີ 2022 ນີ້ ປະກອບມີທັງຫມົດ 600 ຕຽງ.ນອກນີ້, ຍັງຊ່ວຍເຫລືອອຸປະກອນການແພດຈໍານວນຫນຶ່ງ, ແລະພາຍຫລັງສ້າງສໍາເລັດແລ້ວຍັງຈະຊ່ວຍຝຶກອົບຮົມໃຫ້ແກ່ແພດຫມໍໂຮງຫມໍດັ່ງກ່າວໄປໄລຍະສາມປີ ເພື່ອຍົກສູງຄຸນນະພາບການປິ່ນປົວໃຫ້ແພດຫມໍລາວ.
ໂຮງຫມໍແຫ່ງນີ້ຈະເປັນໂຮງຫມໍພາກລັດທີ່ໃຫຍ່ທີ່ໃຫຍ່ທີ່ສຸດໃນ ສປປ ລາວ, ມີຄວາມທັນສະໄຫມ ແລະທັງປະຢັດພະລັງງານ.