ເຖົ້າແລ້ວຍັງງາມ! ໃຜວ່າເຖົ້າແລ້ວງາມບໍ່ໄດ້ ເບິ່ງແມ່ຕູ້ນີ້ເປັນຕົວຢ່າງ ແຕ່ງໂຕໜ້າຮັກກວ່າໄວລຸ້ນອີກ

0
304

ເມື່ອເວົ້າເຖິງເລື່ອງຄວາມງາມ ແນ່ນອນວ່າຕ້ອງມີການເວົ້າເຖິງເລື່ອງອາຍຸ ຫຼື ເລື່ອງນໍ້າໜັກ, ສ່ວນສູງ ຫຼື ແມ້ກະທັງເລື່ອງເພດ ຫຼາຍຄົນອາດເບິ່ງວ່າມັນເປັນເລື່ອງລະອຽດອ່ອນ ແລະ ຫຼາຍຄົນກໍ່ຈະແຄກັບສິ່ງເຫຼົ່ານີ້ຫຼາຍເຊັ່ນກັນ ຈົນເຮັດໃຫ້ບາງຄັ້ງຂາດຄວາມໝັ້ນໃຈໃນຕົວເອງ.

ບາງຄົນຈະແຄ ແລະ ນ້ອຍໃຈກັບຄໍາເວົ້າ ກ່ຽວກັບມາດຕະຖານຄວາມງາມທີ່ຄົນອື່ນຕັ້ງຂຶ້ນ ແຕ່ທ່ານຮູ້ບໍ່ ທຸກຄົນມີຄວາມງາມເປັນແບບຂອງໃຜລາວ ແລະແນ່ນອນທີ່ສຸດ ຄວາມງາມກໍ່ມີຫຼາຍຮູບແບບເຊັ່ນກັນ ສະນັ້ນ ຢ່າຕັດສິນຄົນອື່ນ ຫຼື ເອົາຄໍາເວົ້າຄົນອື່ນມາດ້ອຍຄ່າຕົນເອງ.

ອີກຢ່າງທີ່ແອັດຢາກບອກໄວ້ ຄວາມງາມຈະເກີດຂຶ້ນກໍ່ຕໍ່ເມື່ອເຮົາມີຄວາມໝັ້ນໃຈ ຫາກມີສິ່ງນີ້ແລ້ວ ຄວາມງາມ, ສະເໜ່ຂອງທ່ານກໍ່ຈະອອກມາເອງ.

ຫາກບໍ່ເຊື່ອ ເບິ່ງແມ່ຕູ້ນີ້ເປັນແບບຢ່າງ ຫາກ້ວົ້່ເຖິງອາຍຸ ແນ່ນອນອາຍຸເພິ່ນຕ້ອງຫຼາຍ ແຕ່ທຸກຄົນເຄີຍໄດ້ຍິນຄໍານີ້ບໍ່ ອາຍຸດປັນພຽງຕົວເລກ ຫາກເຮົາໝັ້ນໃຈໃນການແຕ່ງຕົວແລ້ວ ບໍ່ວ່າຈະອາຍຸສໍ່າໃດ ຢາກແຕ່ງໂຕແບບໃດແມ່ນໄດ້ໝົດ.

ຈົ່ງຈື່ໄວ້ວ່າທຸກຄົນມີຄວາມງາມໃນແບບຂອງໂຕເອງ ຢ່າແຄຄໍາເວົ້າຄົນອື່ນເກີນໄປ ຈົ່ງໝັ້ນໃຈ ແລະ ໃຊ້ຊີວິດສາ.