ເວັບໄຊ້ Lad bible ນໍາສະເໜີ ເລື່ອງລາວສຸດໜ້າອະເຫຍືອງ ໂດຍອ້າງອີງຈາກສໍານັກຂ່າວ Yomiuri Shimbun ຂອງຍິ່ປຸ່ນ ຫຼງັມະຫາວິທະຍາໄລໂອຊາກ້າ ອອກມາເປີດເຜີຍຄວາມຈິງວ່າໂຮງໝໍຂອງມະຫາວິທະຍາໄລ ຫາກໍ່ຄົ້ນພົບວ່້າມີການເດີນທໍ່ນໍ້າປະປາຜິດພາດ ນັບຕັ້ງແຕ່ເປີດໃຊ້ງານມາເກືອບ 30ປີ ເຮັດໃຫ້ທໍ່ນໍ້າດື່ມ ແລະທໍ່ນໍ້າຂອງຫ້ອງນໍ້າບາງສ່ວນ ສະລັບກັນ.
ຈາກລາຍງານລະບຸວ່າ ພົບຄວາມຜິດພາດທີ່ທໍ່ ແລະ ກັອກນໍ້າ ກວ່າ 120ຈຸດໃນອາຄານ ເຊິ່ງເປັນການເຊື່ອຕໍ່ທໍ່ຜິດພາດນັບຕັ້ງແຕ່ກໍ່ສ້າງໂຮງໝໍ ແລະ ເປີດໃຊ້ໃນປີ 1993 ຫຼື 28ປີມາແລ້ວ ກ່ອນຈະມາຮູ້ຄວາມຈິງເມື່ອບໍ່ດົນມານີ້ ໂດຍທາງມະຫາວິທະຍາໄບໂອຊາກ້າ ໄດ້ອອກມາເປີດເຜີຍເຖິງຄວາມຈິງທີ່ຊວນໃຫ້ຂົນໜາວລຸກນີ້ເມື່ອວັນທີ 20ຕຸລາຜ່ານມາ.
ເຫດການດັ່ງກ່າວ ເຮັດໃຫ້ພົບຄວາມຈິງທີ່ວ່າ ພະນັກງານລວມທັງຄົນເຈັບຂອງໂຮງໝໍ ໃຊ້ນໍ້າຈາກລໍາຄອງໃນການດື່ມ, ອາບ, ບ້ວນປາກ ແທນທີ່ຈະເປັນນໍ້າປະປາສະອາດ ເຊິ່ງນໍ້າຈາກຄອງທີ່ວ່າ ຄວນຈະໃຊ້ໃນລະບົບສຸຂະພັນ ຂອງຫ້ອງນໍ້າເທົ່ານັ້ນ.
ທັ້ງນີ້, ເລື່ອງນີ້ຄັງບໍ່ຖືກຄົ້ນພົບ ຫາກໂຮງໝໍ ບໍ່ໄດ້ມີໂຄງການຈະປັບປຸງ ແລະ ສ້າງຕຶກໃໝ່ ເພາະຊ່ວງກວດສອບພົບບັນຫາ ທໍ່ນໍ້າປະປານີ້ລະຫວ່າງທີ່ດໍານເນີນການກວດສອບໂຄງສ້າງຂອງຕຶກເກົ່າ.
ແນວໃດກໍ່ຕາມ ທາງມະຫາວິທະຍາໄລ ໂອຊາກ້າອ້າງວ່າ ເຖິງແມ່ນວ່າຈະບໍ່ຮູ້ມາກ່ອນ ວ່າມີການໃຊ້ນໍ້າຜິດປະເພດ ແຕ່ກໍ່ມີການກວດສອບຄຸນນະພາບນໍ້າຢູ່ເປັນປະຈໍາສະໝໍ່າສະເໝີ ແລະ ບໍ່ເຄີຍພົບວ່ານໍ້າທີ່ໃຊ້ ມີ ສີ, ກິ່ນ ຫຼື ລົດຊາດຜິດປົກກະຕິແຕ່ຢ່າງໃດ ລວມທັງບໍ່ມີລາຍງານວ່ານໍ້າທີ່ໃຊ້ໃນໂຮງໝໍຂອງມະຫາວິທະຍາໄລ ສົ່ງຜົນເສຍຕໍ່ສຸຂະພາບເລີຍແມ້ແຕ່ຄັ້ງດຽວ.