ຍິ່ງກິນຍິ່ງດີ…!!! 5 ເມນູອາຫານ ” ຊ່ວຍບຳລຸງສະໝອງ ” ເພີ່ມປະສິດທິພາບເສີມຄວາມຈຳ .

0
591

ສະໝອງເປັນສ່ວນທີ່ເຮົາໃຊ້ງານມັນ ຢ່າງໜັກເກືອບທຸກໆມື້ ບໍ່ວ່າຈະເປັນເລື່ອງວຽກຫຼືເລື່ອງຮຽນ ຖ້າມື້ໜື່ງສະໝອງຂອງເຮົາເກີດຜິດປົກກະຕິຂື້ນມາ ກໍ່ຈະສົ່ງຜົນກະທົບຕໍ່ການດຳລົງຊີວິດຢ່າງແນ່ນອນ ພວກເຮົາຄວນຫັນມາເບິ່ງແຍງແລະບຳລຸງ ສະໝອງຂອງພວກເຮົາ ຕາມ Sanook! Health ກັບ 5 ອາຫານບຳລຸງສະໝອງໄດ້ເລີຍ

1. ໄຂ່ :ໃນທຸກບ້ານຍ່ອມມີໄຂ່ໄວ້ສະເໝີ ເນື່ອງຈາກຫາຊື້ໄດ້ງ່າຍ ແລະສາມາດເຮັດອາຫານໄດ້ຫຼາຍເມນູ ເພາະໃນໄຂ່ມີສານຕົວໜື່ງຊື່ວ່າ (ໂຄລີນ) ເຊີ່ງຊ່ວຍໃນການພັນທະນາລະບົບການເຮັດວຽກຂອງສະໝອງ

ດັ່ງນັ້ນຢ່າລືມກີນໄຂ່ໃຫ້ຫຼາຍໆ ມື້ລະ 2 ໜ່ວຍກຳລັງດີເລີຍ ຫາກໃຜມີບັນຫາເລື່ອງຄໍເຣດສເຕີລອນ ອາດຈະຕ້ອງລຸດໄຂ່ແດງໜ່ອຍໜື່ງ

2. ປາ :ກີນປາຫຼາຍໆຈະໄດ້ສະຫຼາດ ຄຳນີ້ທີ່ເຮົາໄດ້ຍີນມາແຕ່ນ້ອຍ ບອກເລີຍວ່າ ມັນຄືເລື່ອງແທ້ ເຮົາຄວນກີນປາ ເຊັ່ນ ປາແຊວມ່ອນ ປາທູນ່າ ຢ່າງນ້ອຍອາທິດລະ 2-3 ເທື່ອ ເພາະໃນປາ ມີກົດໄຂມັນແລະໂອມີກ່າ 3

ເຊີ່ງຊ່ວຍບຳລຸງເຊວສະໝອງແລະເສີມສ້າງຜະໜັງປະສາດຂອງເຮົາໃຫ້ແຂງແຮງ ປາມີຫຼາຍຊະນິດ ຢ່າກີນແຕ່ປາຊະນິດດຽວ ຈະໄດ້ປ້ອງກັນສານຜິດທີ່ອາດຢູ່ໃນເນື້ອປາໄດ້

3. ຖົ່ວ :ເປັນອາຫານວ່າງທີ່ດີສຸດໆ ຂອງຫຼາຍຄົນ ໃຜທີ່ບໍ່ມັກກີນລອງຫັນມາກີນລອງເບິ່ງ ເພາະໃນຖົ່ວຈະມີໄຂມັນທີ່ດີ ໂປຼຕິນຫຼາຍ ໄຟເບີ່ສູງ ເຮັດໃຫ້ສະໝອງຂອງເຮົາແຂງແຮງ

4. ປະເພດໝາກໄມ້ຕະກູນເບີລີ :ກີນໝາກໄມ້ຕະກູນເບີລີ ບໍ່ວ່າຈະເປັນສະຕໍເບີລີ ບູຣູເບີລີ ເຊີລີ ນອກຈາກຈະເຮັດໃຫ້ເຮົາສົດຊື່ນແລ້ວ ຍັງຊ່ວຍເສີມສ້າງສຸຂະພາບສະໝອງໄດ້ດີ ແລະປັບຄວາມດັນເລືອດໃຫ້ສົມດຸນເອົາມາກີນເປັນອາຫານວ່າງກໍ່ໄດ້

5. ຊ໊ອກໂກແລັດ :ພຽງເວົ້າຊື່ອອກມາກໍ່ຄິດຢາກແລ້ວ ໃຜຈະຮູ້ວ່າໃນຊ໊ອກໂກແລັດທີ່ເຮົາກີນເປັນປະຈຳ ນອກຈາກເລື່ອງຄວາມແຊບແລ້ວ ຍັງມີສານຕ້ານອະນຸມູນອິດສະຫຼະ ເຮັດໃຫ້ລະບົບໝູນວຽນເລືອດດີຂື້ນ ແຖມຍັງເພີ່ມປະສິດທິພາບຂອງສະໝອງໃຫ້ເຮັດວຽກດີຂື້ນອີກດ້ວຍ ເພາະມີ ແຄຣໍຣີສູງ