ທີມງານ ແພດ-ໝໍ ໂຮງໝໍ ແຂວງອຸດົມໄຊ ສຳເລັດການປິ່ນປົວຜູ້ຕິດ ເ ຊ ື ້ ອ ໂ ຄ ວ ິ ດ ອີກ 5 ຄົນ

0
495

ທີມງານ ແພດ-ໝໍ ໂຮງໝໍ ແຂວງອຸດົມໄຊ ສຳເລັດການປິ່ນປົວຜູ້ຕິດເຊື້ອໂຄວິດ-19 ອີກ 5 ຄົນໃນວັນທີ 12 ພະຈິກນີ້ ທີມງານ ແພດ-ໝໍ ໂຮງໝໍ ແຂວງອຸດົມໄຊ ໄດ້ສຳເລັດການປິ່ນປົວຜູ້ທີ່ຕິດເຊື້ອໂຄວິດ-19 ຈຳນວນ 5 ຄົນ ພາຍຫຼັງທີ່ໄດ້ປິ່ນປົວຕາມຫຼັກວິຊາການທາງການແພດ ດຣ ສຸລິດເດດ ກິ່ງຄຳ ຮອງອຳນວຍການໂຮງໝໍ ແຂວງອຸດົມໄຊ ໄດ້ໃຫ້ຮູ້ວ່າ: ສຳລັບຜູ້ທີ່ຕິດເຊື້ອໂຄວິດ-19 ທີ່ປິ່ນປົວດີ ຈຳນວນ 5 ກໍລະນີນີ້ ເປັນເພດຍິງ 3 ກໍລະນີ ຜູ້ຕິດເຊື້ອຈຳນວນດັ່ງກ່າວແມ່ນມີອາການຕິດເຊື້ອທໍາ

ມາດາ ຜ່ານການ ຕິດຕາມ ປິ່ນປົວ ຕາມຫຼັກວິຊາການທາງການແພດ ແລະ ໄດ້ກວດວິເຄາະຫາເຊື້ອແຕ່ລະໄລຍະ ຜົນກວດອອກມາເປັນລົບ (ບໍ່ພົບເຊື້ອ) ດັ່ງນັ້ນ ໂຮງໝໍແຂວງອຸດົມໄຊ ຈິ່ງໄດ້ອອກໃບຍັ້ງຢືນ ສົ່ງກັບຄືນສູ່ຄອບຄົວ ແລະ ບ້ານ ພ້ອມທັງໄດ້ແນະນຳໃຫ້ສືບຕໍ່ກັກບໍລິເວນຕົນເອງໄປຕື່ມອີກ 7 ວັນ ຖ້າຫາກມີອາການທີ່ກ່ຽວຂ້ອງ ຫຼື

ຄ້າຍຄືພະຍາດໂຄວິດ-19 ແມ່ນໃຫ້ຕິດຕໍ່ ທີມງານແພດ-ໝໍ ເພື່ອເກັບຕົວຢ່າງກວດວິເຄາະ ທີ່ສຳຄັນແມ່ນໃຫ້ປະຕິບັດຕາມຫຼັກການທີ່ທີມງານແພດ-ໝໍ ໄດ້ແນະນຳຢ່າງເຄັ່ງຂັດ ຖ້າຫາກບໍ່ມີອາການໃດໆ ຈິ່ງຄ່ອຍດຳເນີນຊີວິດແບບປົກກະຕິຮ່ວມກັບສັງຄົມ. ທ່ານກ່າວຕື່ມອີກວ່າ: ປັດຈຸບັນ ຍັງມີຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ພວມກຳລັງປິ່ນປົວຢູ່ສູນຕ່າງໆພາຍໃນແຂວງອຸດົມໄຊ ຈຳນວນ 303 ຄົນ.

ຂ່າວ: ຈັນສີ ເກດວົງສາ