ປະສົບການ ລູກນ້ອຍສີ່ເດືອນຕິໂຄວິດ ສາເຫດຂອງການຕິດບໍ່ຮູ້ທີ່ໄປທີ່ມາຊັດເຈນເນື່ອງຈາກວ່າລູກແລະແມ່ບໍ່ໄດ້ອອກບ້ານເລີຍ

0
337

ປະສົບການ ລູກນ້ອຍສີ່ເດືອນຕິໂຄວິດ ສາເຫດຂອງການຕິດບໍ່ຮູ້ທີ່ໄປທີ່ມາຊັດເຈນເນື່ອງຈາກວ່າລູກແລະແມ່ບໍ່ໄດ້ອອກບ້ານເລີຍ ແລະຊ້ວງນັ້ນອາກາດປ່ຽນລູກກໍ່ມີນໍ້າມູກຕັນດັງ ແລະໄປຫາໝໍກິນຢາປົກກະຕິແລະເຊົາແລ້ວ ຕໍ່ມາປະມານ ສອງມື້ພໍ່ເປັນໄຂ້ລູກກັບມາໄຂ້ຄືນແລະແມ່ເລີ່ມບໍ່ວາງໃຈເລີຍໃຫ້ພໍ່ໄປກວດ ແຕ່ແຈັກພັອດແຕກຜົນພໍ່ເປັນບວກ (ຢໍ້າວ່າຜົວບໍ່ໄດ້ອອກບ້ານຫຼືພົວພັນກຸ່ມສ່ຽງ)😢 ວິນາທີ່ນັ້ນໃຫ້ຢ່າງດຽວ ແລ້ວກັ້ນໃຈຕັ້ງສະຕິຫອບລູກມາໂຮງໝໍເດັກ 150ຕຽງຖ້າກວດໂຄວິດ ມີໂຕເອງເອື້ອຍລ້ຽງ ແລະລູກຊາຍ

ປະກົດວ່າ ຜົນລູກຊາຍ ແລະເອື້ອຍລ້ຽງເປັນບວກ ຄວາມຮູ້ສຶກຕອນນັ້ນຂາອ່ອນນັ່ງໃຫ້ຢູ່ພື້ນໂຮງໝໍຫັ້ນແລະ ລະກະຕັ້ງສະຕິຂັບລົດພາລູກມາບ້ານ ຖ້າລົດມາຮັບໄປປິ່ນປົວ ຫຼັງຈາກນັ້ນມື້ຕໍ່ມາ ລົດຍັງບໍ່ມາຮັບ [ເຂົ້າໃຈວ່າຄົນເປັນຫຼາຍ] ແຕ່ອາການລູກຊາຍເລີ່ມບໍ່ຄ່ອຍດີ ລາວແອ່ວຫາຍໃຈຍາກເລີຍອຸ້ມມາໂຮງໝໍອີກ ມາວັດອົກຊີ້ເພື່ອຄວາມປອດໄພ (ບໍ່ຕ້ອງຕົກໃຈທີ່ຫອບລູກມາແຈ້ງໝໍຫ່າງໆວ່າລູກຕິດໂຄວິດໝໍກະໃສ່ຊຸດຈັດເຕັມ) ຫຼັງຈາກໝໍຄອນເຟີມວ່າລະດັບອົກຊີ້ຍັງໄດ້ກະກັບບ້ານ ໃຈນິລໍຖ້າບໍ່ໄດ້ແລ້ວບໍ່ຮູ້ຈະໂທຫາໃຜ ເລີຍຄິດໄດ້ວ່າໂຕເອງມີ ແອັບ WhatsDoc ເລີຍສົ່ງຂໍຄວາມຊ່ວຍເຫຼືອໃນກຸ່ມ ລະມີແພດຜູ້ບໍ່ປະສົງອອກນາມປະສານງານໃຫ້ ຈົນລົດມາຮັບ ມາກັກໂຕຢູ່ສູນ

1. ອາການລູກຊາຍບໍ່ມີໄຂ້ສູງ ແຕ່ຕັນດັງແຮງຫາຍໃຈລໍາບາກໃຫ້ສໍ້ແອ່ວ (ໜັ່ນຫົມນໍ້າເກືອໃຫ້ລູກແລະດູດນໍ້າມູກ) 2. ເດັກປັບສະພາບກັບສະຖານທີ່ບໍ່ໄດ້ຕ້ອງໝັ່ນອຸ້ມໝັ່ນປອບໃຫ້ທຸເລົາອາການຄັດແອ່ວ

3. ມາຢູ່ສູນສອງມື້ມີອາການຕາແດງ [ປຶກສາໝໍເພິ່ນບອກວ່າໝັ່ນຕິດຕາມອາການຫາຍໃຈຂອງລູກ ເພາະຕາແດງເປັນສາເຫດໜຶ່ງຂອງໂຄວິດ] ເຮັດໃຫ້ເກີດອາການສົນ

4. ຕໍ່ມາຄ່ອຍໆດີຂຶ້ນຫຼັງຈາກສອງມື້ມາເຈັບຄໍສຽງແຫບ ໃຫ້ແອ່ວບໍ່ກິນນົມບໍ່ນອນ ປຶກສາໝໍ (ກິນຢາຂ້າເຊື້ອໃນລໍາຄໍ , ຢາລົດນໍ້າມູກ, ແລະຢາລົດໄຂ້

5. ຫຼັງຈາກນັ້ນອາການເລີ່ມໄຄຂຶ້ນຫຼັງຈາກກິນຢາສອງມື້ ແຕ່ຢາຂ້າເຊື້ອຕ້ອງກິນໃຫ້ຄົບໂດສເດີ້ຕາມໝໍແນະນໍາ 3-5 ມື້ 6. ອາການດີຂຶ້ນຫຼັງຈາກກັກໂຕຄົບ 12 ມື້ ຫວັງວ່າອີກສອງມື້ທີ່ເຫຼືອຈະບໍ່ມີອາການແຊກຊ້ອນ

7. ຖ້າກັບບ້ານຫຼັງຄົບ 14ມື້ ແລ້ວກັກໂຕຕື່ມຢູ່ບ້ານ 14ມື້ ເພື່ອຄວາມປອດໄພແລ້ວຈະພາລູກໄປກວດສຸຂະພາບແບບຄົບວົງຈອນໝາຍເຫດ: ຫຼາຍໆຄົນທີ່ບອກວ່າໂຄວິດບໍ່ເປັນຕາຢ້ານ ຂ້ອຍຂໍບອກວ່າຖ້າບໍ່ຖືກກັບໂຕເອງຈະບໍ່ຮູ້ຢ້ານ!!!! ສະນັ້ນແລ້ວຢ່າຖືເບົາຂໍໃຫ້ມີສະຕິແລະມີຄວາມຮັບຜິດຊອບຊອຍກັນ💪🏻

ແລະສຸດທ້າຍຂອບໃຈໝໍແຕ່ລະຄົນທີ່ໃຫ້ຄໍາປຶກສາແລະຂອບໃຈທຸກໆຄວາມເປັນຫ່ວງຂໍໃຫ້ທຸກຄົນຫ່າງໄກຈາກໂລກນີ້ເດີ້ ບັນທຶກຄວາມເຈັບປວດຂອງແມ່ແລະຂໍໃຫ້ຜ່ານພົ້ນໄປດ້ວຍດີ

🚑ຄວາມຢ້ານໂຄວິດຕັ້ງແຕ່ຖືພາຕັດຈາກໂລກພາຍນອກບໍ່ໄປໃສບໍ່ໃຫ້ໃຜມາຫາ ຈົນກະທັ້ງເກີດລູກກະບໍ່ຈັດງານລະບໍ່ໄດ້ອະນຸຍາດໃຫ້ໃຜມາຫຼີ້ນນໍາ ຈົນກະທັ້ງປະຈຸບັນໜີບໍ່ລອດໂຄວິດ 🙏🏻🙏🏻🙏🏻