ຕາອີດູຕົນເດ່ ! ຮັກຄົນທີ່ເຂົາບໍ່ຮັກ ສຸດທ້າຍເປັນແບບນີ້

0
311

ໜຸ່ມເຢຍລະມັນ ຖືກຍິງສາວຕວົະຈົນໝົດໂຕຕ້ອງເລາະເກັບກະຕຸກຂາຍເປັນເວລາ 8 ປີແລ້ວເລື່ອງນີ້ຖືກສຳນັກຂ່າວສານຕ່າງປະເທດລາຍງານວ່າ: ຊາຍຊາວເຢຍລະມັນອາຍຸ 49 ປີ ຊື່ Kristoff ໄດ້ຫຼົງຮັກຍິງສາວຊາວຟີລິບປິນ

ຈຶ່ງບິນໄກຈາກບ້ານເກີດຂອງຕົນເພື່ອຊອກຫາ ແມ່ຍິງທີ່ຮັກຄົນນັ້ນແຕ່ໃຜຈະຮູ້ວ່າຜູ້ຍິງທີ່ຮັກນີ້ ຄວາມຈິງແລ້ວ ບໍ່ໄດ້ຮັກລາວ ແຕ່ຫວັງຈະຫລອກລວງເອົາເງິນຈົນໝົດຕົວ ເຮັດໃຫ້ໜຸ່ມຊາວເຢຍລະມັນຄົນໜຶ່ງຕ້ອງໄດ້ເກັບກະຕຸກຂາຍ ເພື່ອແລກກັບເງິນກັບຊີວິດທີ່ຕ້ອງຢູ່ລອດ ແບບນີ້ມາເປັນເວລາກວ່າ 8 ປີຢູ່ຟີລິບປິນ,ຕາມຂໍ້ມູນຂ່າວແຈ້ງວ່າ, ຊາຍເຢຍລະມັນຄົນນີ້ໄດ້ພົບກັບຍິງສາວ ຊາວຟີລິບປິນໃນອິນເຕີເນັດ.

ລາວໄດ້ຫຼົງຮັກ ແລະ ບິນໄປຫານາງຢູ່ “ເກາະເຊບູ”, ປະເທດຟີລິບປິນ. ແມ່ຍິງຟີລິບປິນໄດ້ຕວົະໃຫ້ຊາຍໃຫ້ຊື້ເຄື່ອງຊື້ເພັດພອຍຊື້ຂອງທີ່ມີຄ່າໃຫ້ເຂົາ ຈົນຊາຍໜຸ່ມໝົດຕົວແລ້ວໜີຈາກໄປລາວບໍ່ມີເງິນຊື້ປີ້ຍົນ ກັບຄືນໄປເຢຍລະມັນ ພຽງແຕ່ເງິນຄ່າເຂົ້າກະບໍ່ມີ ດັ່ງນັ້ນລາວຈຶ່ງຕ້ອງເກັບຂີ້ເຫຍື້ອເພື່ອແລກປ່ຽນກັບອາຫານເພື່ອຄວາມຢູ່ລອດໃນແຕ່ລະມື້.