ຜູ້ເສຍຊີວິດຈາກພະຍາດ ໂ ຄ ວ ິ ດ ສ່ວນໃຫຍ່ແມ່ນມີພະຍາດປະຈຳຕົວ ແລະ ບໍ່ໄດ້ຮັບການສັກວັກຊີນ

0
598

ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ລາຍງານວັນທີ 18 ພະຈິກ 2021 ນີ້ວ່າ: ປັດຈຸບັນການເສຍຊີວິດຂອງຜູ້ຕິດເຊື້ອພະຍາດໂຄວິດ-19 ແມ່ນນັບມື້ເພີ່ມຂຶ້ນໃນແຕ່ລະວັນ. ສັງລວມແລ້ວ ການເສຍຊີວິດເພີ່ມຂຶ້ນຫລາຍໃນເດືອນຕຸລາ ແລະ ໃນເດືອນພະຈິກນີ້ ເຊິ່ງມີຜູ້ເສຍຊີວິດສະສົມທັງໝົດຮອດວັນທີ 18 ພະຈິກ ເຖິງ 116 ຄົນ, ໃນນັ້ນ 83% (=91 ຄົນ) ຂອງຜູ້ເສຍຊີວິດທັງໝົດລ້ວນມີພະຍາດປະຈໍາຕົວເຊັ່ນ: ພະຍາດເບົາຫວານ, ຄວາມດັນເລືອດສູງ ຫລື ໄຂ່ຫຼັງຊຸດໂຊມ, ມີບັນຫາທາງດ້ານສຸຂະພາບຈິດ ເປັນຕົ້ນ.

ເມື່ອວິໄຈເຖິງປະຫວັດການສັກວັກຊີນ ພົບວ່າໃນຈໍານວນຄົນເສຍຊີວິດທັງໝົດບໍ່ໄດ້ສັກວັກຊີນ ມີປະມານ 59% (=52 ຄົນ), ໄດ້ສັກເຂັມ 1 ມີແຕ່ 5 ຄົນ (=5.7%) ແລະ ໄດ້ສັກຄົບເຂັມແນະນໍາ 35% (=31 ຄົນ) ແຕ່ສວ່ນໃຫຍ່ ພັດມີພະຍາດປະຈໍາຕົວທັງໝົດ. ຄົນເຈັບທີ່ເສຍຊີວິດສວ່ນໃຫຍ່ອາຍຸເກີນ 60 ປີໄປແລ້ວ. ຕົວເລກນີ້ໄດ້ສະແດງໃຫ້ເຫັນວ່າ ຜູເຄາະຮ້າຍທີ່ເສຍຊີວິດຍ້ອນພະຍາດໂຄວິດ ສ່ວນຫລາຍແມ່ນຜູ້ສູງອາຍຸເກີນ 60 ປີ ແລະ ຜູ້ທີ່ມີພະຍາດປະຈໍາຕົວ.

ດັ່ງນັ້ນ, ຂໍຮຽກຮ້ອງໃຫ້ທຸກຄົນໃນທົ່ວສັງຄົມຮ່ວມແຮງຮ່ວມໃຈກັນ ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແພ່ເຊື້ອ ຢ່າງເຄັ່ງຄັດ ແລະ ເຂັ້ມງວດ ຢ່າງເປັນປະຈຳ ເພື່ອສາມາດຊ່ວຍຫລຸດຜ່ອນສະພາບການເກີດລະບາດ ແລະ ຕົວເລກຜູ້ຕິດເຊື້ອໃໝ່ໃນປະເທດເຮົາ ພ້ອມທັງເນັ້ນໃຫ້ທຸກກຸ່ມເປົ້າໝາຍທີ່ຍັງບໍ່ທັນໄດ້ສັກວັກຊີນ ໃຫ້ຮີບຮ້ອນເຂົ້າໄປຮັບການສັກວັກຊີນຄົບໂດສຕາມການແນະນຳ ເພື່ອສ້າງພູມຄຸ້ມກັນຮ່າງກາຍ ແລະ ຫລຸດຜ່ອນການເກີດອາການຮຸນແຮງເມື່ອຕິດເຊື້ອ ລວມໄປເຖິງຫລຸດຜ່ອນອັດຕາການເສຍຊີວິດອີກດ້ວຍ.