ໃຫ້ນັກສືກສາແພດລົງຕົວຈີງ ຮ່ວມຂະບວນຕອບໂຕ້ໂ ຄ ວ ິ ດຢູ່ນະຄອນຫຼວງວຽງຈັນ

0
509

ປັດຈຸບັນ ຄະນະສະເພາະກິດກໍຄື ພັກ ແລະ ລັດຖະບານ ມີຄວາມເປັນຫ່ວງເປັນໃຍຕໍ່ຊີວິດການເປັນຢູ່ຂອງປະຊາຊົນຫຼາຍ ຈຶ່ງໄດ້ກະກຽມທີມງານວິຊາການ ແລະ ນັກສຶກສາແພດຈາກສູນກາງ ລົງຊ່ວຍໂຕ້ຕອບການລະບາດຢູ່ 311 ບ້ານ ໃນ 7 ເມືອງ ຢູ່ນະຄອນຫຼວງວຽງຈັນຢ່າງຮີບດ່ວນ.

ທັ້ງນີ້ກໍ່ເພື່ອຊ່ວຍຕິດຕາມກໍລະນີປິ່ນປົວຢູ່ເຮືອນ, ເກັບກຳຕົວເລກຜູ້ທີ່ຍັງບໍ່ທັນໄດ້ສັກວັກຊີນ, ໃຫ້ບໍລິການສັກວັກຊີນເຄື່ອນທີ່, ເລັ່ງຄົ້ນຫາຜູ້ສຳຜັດໃກ້ຊິດ, ກວດກາຄວາມເປັນລະບຽບຮຽບຮ້ອຍຂອງບ້ານແດງ ໂດຍສົມທົບກັບ ອຳນາດການປົກຄອງບ້ານ ເພື່ອວາງແຜນຮ່ວມກັນແກ້ໄຂໃຫ້ທັນກັບສະພາບການ.


ທຸກຄົນໃນສັງຄົມມີສ່ວນຮ່ວມຕໍ່ການຄວບຄຸມ ແລະ ແກ້ໄຂການລະບາດໃນຄັ້ງນີ້ ດ້ວຍການຮັກສາໄລຍະຫ່າງທາງສັງຄົມ ຢຸດຕິພຶດກຳຢູ່ຮ່ວມກັນຫຼາຍໆຄົນຄືທີ່ພວກເຮົາເຄີຍປະຕິບັດກັນມາ.

ການປ້ອງກັນໂຄວິດຕ້ອງເລີ່ມຈາກຕົວເຮົາເອງ ຄົນໃນຄອບຄົວກ່ອນຈະຮອດກຸ່ມບ້ານ ແລະບ້ານກ້າວໄປສູ່ສັງຄົມຂອງໝົດທຸກຄົນ, ເຖິງວ່າໂຄວິດຈະເປັນເລື່ອງໃກ້ຕົວຂອງທຸກໆຄົນແລ້ວ ໄທເຮົາເຈົ້າຂ້ອຍບໍ່ມີໃຜຈະປອດໄພເລີຍແຕ່ຢ່າງໜ້ອຍຂໍໃຫ້ທຸກຄົນເປັນເຈົ້າການຮ່ວມກັນຈະຊ່ວຍຫຼຸດພາລະໃຫ້ແພດໝໍ, ຫຼຸດການຕິດເຊື້ອ ແລະການເວຍຊີວິດລົງ.