ຫວັງພົບລູກອີກຄັ້ງກ່ອນຕາຍ ແມ່ຕູ້ໄວ75ປີອາໄສຢູ່ພຽງລຳພັງມາຫຼາຍກວ່າ 20ປີ
ນາງ ເຢັນ ອາຍຸ75ປີ ເປັນຄົນຈັງຫວັດອຸໄທທານີ ປະເທດໄທ ອາໄສຢູ່ຕົວຄົນດຽວມາພຽງລຳພັງ ຮ່າງກາຍກໍ່ບໍ່ແຂງແຮງ ອາໄສຢູ່ຫ້ອງທີ່ອ້ອມດ້ວຍສັງກະສີບໍ່ມີໄຟ້າ ຕ້ອງໄດ້ໄຕ້ກະຕຽງໃຫ້ແສງສະຫວ່າງຍາມຄ່ຳຄືນ ມີພຽງລາຍໄດ້ຈາກເບ້ຍລ້ຽງຊີບຄົນເຖົ້າ ອາໄສເພື່ອນບ້ານຊ່ວຍສົ່ງເຂົ້າໃຫ້ກິນບາງເວລາ ວອນສື່ສັງຄົມຊ່ວຍຕາມຫາລູກຊາຍຫວັງເຫັນໜ້າອີກຈັກເທື່ອໜຶ່ງກ່ອນຕາຍ.
ນາງ ເຢັນ ບອກວ່າ ຕົນອາໄສຢູ່ແບບນີ້ມາດົນນານ ໂດຍສາມີໄດ້ເສຍຊີວິດໄປຫຼາຍປີແລ້ວມີລູກຊາຍຄົນດຽວເຊິ່ງໄປສ້າງຄອບຢູ່ຈັງຫວັດ ລາດຊະສີມາ ແຕ່ບໍ່ໄດ້ພົບໜ້າດົນກວ່າ 20 ປີແລ້ວ ຕອນນີ້ຢາກໃຫ້ລູກຊາຍກັບມາຫາມາເບິ່ງແຍງ ຫຼື ຢ່າງນ້ອຍກ່ອນຈະຈາກໂລກນີ້ໄປກໍ່ຂໍໃຫ້ໄດ້ເຫັນໜ້າລູກແດ່ ເພາະຕົນກໍ່ອາຍຸເພີ່ມຂຶ້ນເລື້ອຍໆ ສິຈາກໄປຕອນໃດກໍ່ບໍ່ຮູ້.
ແນວໃດກໍ່ຂໍໃຫ້ແມ່ຕູ້ພົບລູກຊາຍໄວໆເດີ ຫວັງວ່າລູກຊາຍຈະເຫັນໂພສທາງເຟສບຸກແລ້ວກັບໄປຫາແມ່ແດ່