ແບບນີ້ກໍ່ມີ ຫາກໍ່ເຄຍພົບ ຜູ້ທີ່ຢາກມີລຸກກໍ່ຍາກແສນຍາກ ບາດຜູ້ທີ່ບໍ່ຕ້ອງການຢາກມີກໍ່ມີງ່າຍໆຈົນຢາກເອົາອອກ ຫຼື ເອົາເດັກໄປຖີ້ມຕາມສະຖານທີ່ຕ່າງໆຕາມຊື່ອອນລາຍວ່າແມ່ຖີ້ມລູກຂອງຕົນເອງ ແລະລ່າສຸດກໍ່ມີ ສາວໂພສເຟສບຸກວ່າ ຕ້ອງການໃຫ້ຜູ້ໃຈບຸນເອົາເດັກໄປລ້ຽງ
ຕ້ອງການໃຫ້ຜູ້ໃຈບຸນເອົາເດັກໄປລ້ຽງ ສຳລັບຄົນທີ່ຢາກລ້ຽງແທ້ໆຕິດຕໍ່ຫາເພີ່ນເລີຍຈາກຜູ້ໃຊ້ເຟສບຸກຊື່N’Fon Vanhvisar ໄດ້ໂພສໃນວັນທີ 20/11/2021 ວ່າ: ຂໍອະນຸຍາດກຸ່ມ ຂໍໃຫ້ທຸກຄົນອ່ານໃຫ້ຈົບແດ່ເດີ້ ຄືວ່າແມ່ນີ້ຖືພາໄດ້ 8 ເດືອນແລ້ວຢາກມີຄົນຢາກໄດ້ລູກໄປລ້ຽງບໍ່ເພາະວ່າທາງແມ່ນີ້ບໍ່ມີເງີນ
ສິລ້ຽງບໍ່ມີເງີນໄປຮອດໂຮງຫມໍສິເກີດລູກຍັງບໍ່ມີທາງຄອບຄົວມີຖານະບໍ່ດີປານໃດເລີຍບໍ່ຮູ້ສິເຮັດແນວໃດສຳລັບເດັກແມ່ນເປັນຜູ້ຊາຍ ສະຖານທີ່ ບ້ານໜອງບຶກ , ນະຄອນຫຼວງວຽງຈັນ ຖ້າໃຜສົນໃຈຢາກໄດ້ລູກໄປລ້ຽງ ທັກຫາໄດ້ທີ່ເບີ 77654081 ເບີໂທແລະແອັບ ຂໍຄວາມກະລຸນາແດ່ເດີ້