ຮັກ9ປີບໍ່ມີຄວາມໝາຍ! ຖືກເທໃນມື້ທີ່ສຳຄັນເຫດຍ້ອນຝ່າຍຊາຍແລະຍາດພີ່ນ້ອງ
ຜູ້ສື່ຂ່າວຂອງໄທ ລາຍງານວ່າ ໃນວັນທີ 22 ພະຈິກ 2021 ໃນໂລກອອນລາຍ ມີການແຊເລື່ອງລາວຈາກເພຈ ອີຊໍ້ຂະຢີ້ຂ່າວ ເປັນເລື່ອງລາວຂອງຄູ່ບ່າວສາວ ທີ່ກໍາລັງຈະເຂົ້າພິທີວິວາ ກຽມງານທຸກຢ່າງໄວ້ໝົດແລ້ວ ແຕ່ກໍ່ຕ້ອງຝັນສະລາຍໃນຊົ່ວຂ້າມຄືນ ຫຼັງຄອບຄົວຝ່າຍເຈົ້າບ່າວ ຂໍຍົກເລີກງານແຕ່ງ ເພາະເຫດຜົນສັ້ນໆຄື ບໍ່ມີເງິນຄ່າດອງ.
ໂດຍຂໍ້ຄວາມທີ່ເພຈດັ່ງກ່າວລະບຸໄວ້ ມີປະມານວ່າ ຄວາມຝັນຂອງຜູ້ຍິງຄົນໜຶ່ງຕ້ອງລົ້ມລົງທັນທີ ຫຼັງຖືກຝ່າຍຊາຍ ແລະ ພີ່ນ້ອງຍົກເລີກການຈັດງານແຕ່ງໄປແບບດື້ໆ ສັ່ງໃຫ້ທັງຄູ່ຢຸດຄວາມສໍາພັນ ທັ້ງທີ່ຄົບກັນມາເຖິງ 9ປີ.
ທີ່ສໍາຄັນທຸກຢ່າງກຽມພ້ອມໄວ້ໝົດແລ້ວ ບໍ່ວ່າຈະເປັນສະຖານທີ່ ບັດເຊີນ, ຂອງທີ່ລະນຶກໃຫ້ແຂກ ລລວມເຖິງເຮືອນຫໍທີ່ໃກ້ຈະແລ້ວໆ ລໍຖ້າພຽງແຂກທີ່ຈະມາຮ່ວມສະແດງຄວາມຍິນດີກັບງານແຕ່ງທີ່ຈະເກີດຂຶ້ນໃນອີກບໍ່ເທົ່າໃດມື້ເທົ່ານັ້ນ ແຕ່ຢູ່ດີໆທາງພີ່ນ້ອງຝ່າຍຊາຍກັບໂທມາຍົກເລີກດ້ວຍເຫດຜົນສັ້ນໆ ຄື ຍັງບໍ່ມີຄ່າດອງ.
ວ່າໄປແລ້ວ ໜ້າເຫັນໃຈເຈົ້າສາວທີ່ງານຕ້ອງຈົບໄປແບບງ່າຍໆແບບນີ້ ເສຍທັງເງິນຄ່າຈັດງານ, ເສຍທັງຄວາມຮູ້ສຶກ.
.