ວິທີປິ່ນປົວໂຄວິດຢ່າງຖືກຕ້ອງ ແລະ ຫາຍດີ 100% ສຳລັບຜູ້ບໍ່ມີໂລກປະຈຳໂຕອາການເບົາບາງ.ຫຼາຍຄົນຖາມວ່າເປັນໂຄວິດໄດ້ຮັບການປິ່ນປົວແນວໃດ?ໝໍໃຫ້ກິນຢາແນວໃດ?😃
ຕອບ: ແຕ່ລະຄົນເປັນຕ່າງກັນ ຜ່ານມາແມ່ນກິນຢາປິ່ນປົວຕາມອາການເລີຍ:
ແຕ່ໝໍບອກໃຫ້ກິນຕະຫຼອດແມ່ນວິຕາມິນຊີ ວິຕາມິນ B1B6B12 ດີຫວັດ (ຢ່າງລະ 1ເມັດ ເຊົ້າ-ແລງ) ສ່ວນຢາອື່ນແມ່ນກິນຕາມອາການ.❗️ເຈັບຄໍ ຫ້າມກິນຢາຕ້ານເຊື້ອເດັດຂາດ, ໃຫ້ກິນນ້ຳຂີງ-ນ້ຳອຸ່ນ
ໄຂ້ຂຶ້ນ – para (1ເມັດ) ກິນແຕ່ຕອນມີໄຂ້ ❗️ໄອ – ໝໍເພິ່ນແນະນຳ chlorpheniramine ແຕ່ບໍ່ມີເລີຍກິນຢາທີ່ເຄີຍກິນຕອນເປັນໄອຜ່ານມາ IYAFIN (1ເມັດ
ເຊົ້າ-ສວາຍ-ແລງ) ອົມຢາສະໝຸນໄພຕະຂາບ 5 ໂຕ ດີແທ້ແນ່ນອນ ໄອບໍ່ໄດ້ນອນ ຈັດໄປ 1-2 ເມັດ ອົມນອນເລີຍ ເພີ່ມເຕີມ: ຖ້ານອນຫງາຍແລ້ວໄອ ແນະນຳໃຫ້ນອນ
ແຄງ ສ່ວນໂຕຂ້ອຍແມ່ນໄດ້ນອນໝູບຈຶ່ງນອນໄດ້😆❗️ເມື່ອຍໆມາແຊ່ Royal~D ກິນ ບາງເທື່ອກໍແຊ່ Berocca ແລ້ວແຕ່ອາລົມ🤣
ປົກກະຕິເປັນໂລກກະເພາະກິນຢາຫຼາຍບໍ່ໄດ້ເລີຍກິນ Amacone ໃສ່ ເຄືອບກະເພາະກ່ອນ (1ບ່ວງແກງ ເຊົ້າ-ສວາຍ-ແລງ ກ່ອນອາຫານ)
ເກືອໃສ່ນໍ້າອຸ່ນ (ບ້ວນຄໍຕອນຕື່ນນອນ ແລະ ກ່ອນນອນ) ບີບນໍ້າໝາກນາວປະສົມນໍ້າອຸ່ນ (ກິນທຸກເຊົ້າ)
ຮົມຢາຕອນແລງກ່ອນອາບນໍ້າ (ຫົວສີໄຄເຄື່ອງ, ໃບວິກ, ໃບ-ໝາກຂີ້ຫູດ, ຂີງ.. ປະມານ 10ນາທີສ່ວນໂຕບໍ່ມັກແມ່ບັງຄັບເລີຍໃຊ້ເວລາໜ້ອຍ🤣 ຮົມກ່ອນອາບນຳ້ 30ນາທີ)
ສຳຄັນທີ່ສຸດແມ່ນສະພາບຈິດໃຈຕ້ອງດີ ອອກກຳລັງກາຍເບົາໆ (ຢ່າຫັກໂຫມໂຕເອງ ມື້ໃດເມື່ອຍຢ່າຝືນ!) ກິນນຳ້ມື້ລະ 2ລິດຂຶ້ນໄປ ພັກຜ່ອນໃຫ້ພຽງພໍ ຮັບປະທານອາຫານໃຫ້ຕົງເວລາ ແລະ ຮັບສານອາຫານໃຫ້ຄົບ 5ໝູ່ ຂໍຂອບໃຈ
ໝາຍເຫດ: ຈາກຜູ້ຕິດເຊື້ອແລ້ວມາລົມສູ້ຟັງ.