ໝໍອິນເດຍ ໄລ້ສົດໂຊ ກີ ນ ຂີ້ ງົວ ບອກວ່າເປັນຢາດີຊ່ວຍໃຫ້ແຂງແຮງ

0
528

ໝໍອິນເດຍ ໄລ້ສົດໂຊ ກີ ນ ຂີ້ ງົວ ບອກວ່າເປັນຢາດີຊ່ວຍໃຫ້ແຂງແຮງ

ໝໍອິນເດຍ ໄລ້ສົດໂຊ ກີ ນ ຂີ້ ງົວ ບອກວ່າເປັນຢາດີຊ່ວຍໃຫ້ແຂງແຮງດຣ. ມາໂນດ ມິດຕານ ຜູ້ຊ່ຽວຊານດ້ານເດັກ ຈາກລັດຫັນຍາຢາໃນປະເທດອິນເດຍ ໄດ້ອອກມາໄລ້ສົດເປີດເຜີຍວ່າຂີ້ ງົ ວ ຄືສັບພະຄຸນເປັນຍາຮັກສາໂລກຊັ້ນດີ ມາຕັ້ງແຕ່ສະໄໝອິນເດຍບູຮານ ລາວອ້າງວ່າຂີ ງົ ວ ສາມາດປ້ອງກັນອາການຕ່າງໆເຊັ່ນ ໂລກມະເລັງ ແລະ ໂຄວິດ-19 ເຊີ່ງລາວໄດ້ໄລ້ສົດໂຊ ກີ ນ

ຂີ້ງົວໃຫ້ຊາວເນັດເບີ່ງ ໂດຍການເອົາມືຈັ ບ ຂີ້ ງົວ ແລ້ວ ປັ້ ນ ເ ປັ ນກ້ອນ ຫຼັງຈາກນັ້ນກໍ່ນຳມັນໃສ່ ໄ ປ ໃນ ປ າ ກ ແ ບ ບແຊບຊ້ອຍ ປານວ່າກຳລັງກີນເຂົ້າໝົມເຄັກ ລາວຍັງບອກອີກວ່າມັນມີປະໂຫຍດຕໍ່ຮ່າງກາຍຫຼາຍກວ່າທີ່ເຮົາຄິດ ເພາະຂີ້ງົວສາມາດເຮັດໃຫ້ຈິດໃຈເຮົາສະຫງົບຂື້ນອີກດ້ວຍ ພ້ອມຍັງເສີມອີກວ່າແມ່ຂອງລາວກໍເຄີຍ ກີ ນ ຂີ້ ງົ ວເພາະມັນເຮັດໃຫ້ອອກລູກງ່າຍ

ແນວໃດກໍ່ຕາມຊາວສັງຄົມອອນລາຍສ່ວນໃຫ່ຍກໍ່ບໍ່ເຊື່ອໃນເລື່ອງນີ້ ແລະ ຍັງສົງໃສທີ່ມາທີ່ໄປຂອງໃບປະລິນຍາຂອງ ດຣ ທ່ານນີ້ ພ້ອມຍັງບອກໃຫ້ຍົກເລີກໃບປະກອບອາຊີບຂອງທ່ານໝໍນີ້ໄປເລີຍຄົນປະເທດອິນເດຍເກືອບ 100 ລະ 80 ຂອງປະເທດສ່ວນຫຼາຍຈະນັບຖືສາສາໝາພາມ, ຮິນດູ ເຊີ່ງພວກເຂົາເຊື່ອວ່າ ງົວ ເປັນສັດສັກສິດ ເພາະເປັນພາຫະນະຂອງເທບພະເຈົ້າ ແລະ ຍັງມີບົດບາດທາງດ້ານວັດທະນະທຳກັບຄົນອິນເດຍມາຫຼາຍພັນປີ