ໃນວັນທີ 22 ພະຈິກ 2021 ນີ້, ສານປະຊາຊົນພາກກາງໄດ້ຈັດພິທີມອບ-ຮັບໜ້າທີ່ລະຫວ່າງ ທ່ານ ສົມສັກ ໄຕບຸນລັກ ປະທານສານປະຊາຊົນພາກກາງຜູ້ເກົ່າ ແລະ ທ່ານ ແສງສຸວັນ ຈັນທະລຸນນະວົງ ປະທານສານປະຊາຊົນພາກກາງຜູ້ໃໝ່ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ສຈ ປອ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສານປະຊາຊົນສູງສຸດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ສົມສັກ ໄຕບຸນລັກ ໄດ້ຂຶ້ນຜ່ານບົດສະຫຼຸບການຊີ້ນຳ-ນຳພາໃນໄລຍະຜ່ານມາວ່າ: ຕະຫຼອດໄລຍະ 5 ປີຜ່ານມາ ຄະນະນໍາໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ການດໍາເນີນແກ້ໄຂຄະດີທີ່ຢູ່ໃນຄວາມຮັບຜິດຊອບ ຂອງສານປະຊາຊົນພາກກາງ ຢ່າງເປັນປະຈໍາ ເຮັດໃຫ້ການແກ້ໄຂຄະດີຮັບປະກັນຕາມຫຼັກການຮອບດ້ານ, ຄົບຖ້ວນ, ພາວະວິໄສ; ການພິພາກສາຄະດີນັບມື້ມີທ່ວງທ່າດີຂຶ້ນເທື່ອລະກ້າວ ຊຶ່ງສະແດງໃຫ້ເຫັນຄວາມຖືກຕ້ອງສອດຄ່ອງກັບເຫດການຕົວຈິງ ແລະ ກົດໝາຍນັບມື້ດີຂຶ້ນ; ການແກ້ໄຂຄະດີມີຄວາມວ່ອງໄວທັນກຳນົດເວລາທີ່ກົດໝາຍກໍານົດໄວ້. ຜ່ານມາໄດ້ຄົ້ນຄວ້າປະຕິບັດນະໂຍບາຍສະເໜີຍ້ອງຍໍຜົນງານ 5 ປີໃນການປະຕິບັດໜ້າທີ່ວຽກງານຂອງພະນັກງານ-ລັດຖະກອນ ຊຶ່ງມີຫຼາຍທ່ານໄດ້ຮັບຫຼຽນໄຊແຮງງານຊັ້ນ I, II, III, ຫຼຽນກາແຮງງານ ແລະ ໃບຍ້ອງຍໍລັດຖະບານຈຳນວນຫຼາຍ.
ໃນພິທີ, ທ່ານ ນາງ ວຽງທອງ ສີພັນດອນ ໄດ້ເນັ້ນໜັກໃຫ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ຜູ້ພິພາກສາ, ພະນັກງານສານທຸກຄົນໃຫ້ມີນໍ້າໃຈຮັກຊາດ, ມີຄວາມຈົງຮັກພັກດີຕໍ່ພັກ, ຮັບໃຊ້ປະຊາຊົນ ຊຶ່ງເຫັນວ່າວຽກນີ້ມີຄວາມສໍາຄັນຫຼາຍແມ່ນໜ້າທີ່ຂອງໝົດທຸກຄົນ ຊຶ່ງວຽກງານແນວຄິດແມ່ນພະລັງອັນມະຫາສານທີ່ສຸດໃນການເຮັດວຽກງານຕ້ອງມີຫຼາຍຮູບແບບ ແລະ ວິທີການເຮັດໃຫ້ແທດເໝາະກັບຈຸດພິເສດ, ຈິດຕະສາດຂອງແຕ່ລະຄົນ, ແຕ່ລະທ້ອງຖິ່ນ, ກົມ-ກອງ. ສຳຄັນຕ້ອງເພີ່ມທະວີການພົວພັນປະສານງານກັບຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງໃຫ້ແໜ້ນແຟ້ນ ເພື່ອແກ້ໄຂຂໍ້ຂັດແຍ່ງຕ່າງໆທີ່ເກີດຂຶ້ນຢູ່ໃນສັງຄົມ ໂດຍຜ່ານຂະບວນການຍຸຕິທໍາໃຫ້ດີຂຶ້ນເປັນກ້າວໆບົນພື້ນຖານແນວທາງນະໂຍບາຍ ແລະ ລະບຽບກົດໝາຍຂອງລັດ, ຍົກສູງຄວາມຮັບຜິດຊອບ ຖືວ່າເປັນການແກ້ໄຂຂໍ້ຂັດແຍ່ງທີ່ເກີດຂຶ້ນ, ການດໍາເນີນຄະດີຕາມຂະບວນຍຸຕິທໍາແມ່ນໜ້າທີ່ຂອງທຸກຄົນ, ຄອບຄົວ ແລະ ການຈັດຕັ້ງຊອກຫາວິທີແກ້ໄຂດ້ວຍຫຼາຍວິທີ. ເຊື່ອໝັ້ນວ່າພາຍໃຕ້ການນໍາພາຂອງຄະນະນຳສານ ດ້ວຍບົດຮຽນທີ່ຖອດຖອນໄດ້ໃນແຕ່ລະປີຜ່ານມາ, ບວກໃສ່ຄວາມສາມັກຄີອັນເປັນປຶກແຜ່ນແໜ້ນໜາ ແລະ ມີຄວາມຮັບຜິດຊອບສູງຈະເຮັດໃຫ້ທຸກວຽກງານສຳເລັດຜົນຕາມຄາດໝາຍທີ່ວາງໄວ້.