ແຈ້ງການ!ຢຸດການນໍາສົ່ງຄົນເຈັບແມ່ຍິງຖືພາມາເກີດລູກຊົ່ວຄາວ
ແຈ້ງການ!ຢຸດການນໍາສົ່ງຄົນເຈັບແມ່ຍິງຖືພາມາເກີດລູກຊົ່ວຄາວແຈ້ງເຖິງ: ທ່ານ ຜູ່ອໍານວຍການໂຮງເມືອງຊຸມຊົນ 6 ເມືອງ(ເມືອງຫຼາ, ເມືອງນາຫມໍ້, ເມືອງແບງ, ເມືອງຮຸນ, ເມືອງປາກແບງ ແລະເມືອງງາ)ເລື່ອງ: ຢຸດການນໍາສົ່ງຄົນເຈັບແມ່ຍິງຖືພາມາເກີດລູກຊົ່ວຄາວ ເນື່ອງຈາກແພດຫມໍ ແລະພະຍາບານ ພາຍໃນ ຫນວ່ຍງານປະສູດ-ພະຍາດຍິງ ຕິດເຊື້ອພະຍາດໂຄວິດ-19.
ໂຮງຫມໍແຂວງອຸດົມໄຊ ຂໍຖືເປັນກຽດແຈ້ງມາຍັງທ່ານເພື່ອຊາບ: ໂຮງຫມໍແຂວງອຸດົມໄຊຈະຂໍຮັບແຕ່ຄົນເຈັ ແມ່ຍິງຖືພາທີ່ທາງເມືອງບໍ່ສາມາດແກ້ໄຂໄດ້ ຢຸດການນໍາສົ່ງຄົນເຈັບແມ່ຍິງຖືພາເກີດລູກທໍາມະດາຊົ່ວຄາວເນື່ອງຈາກ ວ່າແພດຫມໍ ແລະພະຍາບານ ພາຍໃນ ຫນວ່ຍງານປະສູດ-ພະຍາດຍິງ ຕິດເຊື້ອພະຍາດໂຄວິດ-19 ດັ່ງນັ້ນ, ຈິ່ງແຈ້ງມາຍັງທ່ານເພື່ອຊາບ ແລະຂໍຄວາມຮ່ວມມືໃນການຈັດຕັ້ງປະຕິບັດດ້ວຍ