ໜັກຂື້ນທຸກມື້..!!! ສປປ ລາວ ພົບຜູ້ຕິດເຊື້ອໃໝ່ +1,336 ຄົນ ເສຍຊີວິດໃໝ່ 5 ກໍລະນີ ຜົ້ງສາລີເລີ່ມໜ້າເປັນຫ່ວງແລ້ວ..!!

0
153

ຕາມການຖະແຫຼງຂ່າວຂອງ ຄະນະສະເພາະກິດ ຄວບຄຸບພະຍາດ ໂ ຄ ວິ ດ – 1 9 ໃນວັນທີ 24 ພະຈິກ 2021 ໃຫ້ຮູ້ວ່າ: ໄດ້ກວດພົບຜູ້ຕິດເຊື້ອ ໂ ຄ ວິ ດ – 19 ເພີ່ມຂື້ນ  +1,336 ຄົນ (ກໍລະນີນຳເຂົ້າ 6 ຄົນ ແລະ ຕິດເຊື້ອພາຍໃນ 1,330 ຄົນ) ແລະ ເສຍຊີວິດໃໝ່ +5 ກໍລະນີ. ສຳຫຼັບຜູ້ຕິດເຊື້ອໃນນັ້ນປະກອບດ້ວຍ:

ເຮັດໃຫ້ມາຮອດວັນທີ 24 ພະຈິກ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດ ໂ ຄ ວິ ດ – 19 ຢູ່ ສປປ ລາວ 65,818 ຄົນ, ເສຍຊີວິດສະສົມ 142ຄົນ (ໃໝ່ 5), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 903ຄົນ (ສຳຫຼັບລາຍລະອຽດຂໍ້ມູນຜູ້ເສຍຊີວິດໃນມື້ນີ້ ຈະແຈ້ງໃຫ້ຊາບພາຍຫຼັງ)

ການບໍລິການເກັບຕົວຢ່າງ ເພື່ອກວດຫາເຊື້ອ ໂ ຄ ວິ ດ-19 ບັນດາແຂວງ ແມ່ນສາມາດໄປເກັບຕົວຢ່າງເພື່ອກວດຊອກຫາເຊື້ອພະຍາດໂຄວິດ19ໄດ້ຢູ່ໂຮງໝໍແຂວງຫຼືຈຸດກວດເພີ້ມເຕີມທີ່ທາງຄະນະສະເພາະກິດຂອງແຂວງກຳນົດຢູ່ພາຍໃນແຂວງ ນະຄອນຫຼວງວຽງຈັນມີລາຍລະອຽດ ດັ່ງນີ້: ຈຸດກວດຄົງທີ່: ໃຫ້ບໍລິການເກັບຕົວຢ່າງ ປະກອບມີ:
ສະໜາມກິລາໃນຮົ່ມ ບຶງຂະຫຍອງ (ວັນຈັນ ຫາ ອາທິດ) ເວລາ 9:00-11:30ໂມງ ຈຸດເປັນຕົວຢ່າງ ຢູ່ ມ.ສ ເຈົ້າອານຸວົງທີມກວດເຄື່ອນທີ່: 01 ທີມ ຂອງສາທາເມືອງໄຊທານີ 01 ທີມ ຂອງສາທາ ເມືອງ ສີສັດຕະນາກ 01 ທີມ ຂອງສາທາເມືອງສີໂຄດຕະບອງ ເຄື່ອນທີ່ເກັບຕົວຢ່າງ ຕາມຈຸດທີ່ມີການລະບາດ ພາຍໃນເມືອງຂອງຕົນ ສາທາເມືອງນາຊາຍທອງ 02 ທີມ ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 2 ທິມ ເຄື່ອນໄຫວໄປຊ່ວຍທຸກເມືອງໃນການເກັບຕົວຢ່າງຢູ່ສະຖານທີ່ມີການລະບາດ

ຈຸດບໍລິການໃຫ້ວັກຊີນ ສໍາລັບຈຸດບໍລິການວັກຊີນ ຢູ່ນະຄອນຫຼວງວຽງຈັນມີຄື : 1. ໂຮງໝໍສູນກາງ 2. ໂຮງໝໍເມືອງ 9 ຕົວເມືອງ3. ວັດຈີນ ບ້ານ ດົງປາແລບ ເມືອງຈັນທະບູລີ (ເປີດ ວັນຈັນ ຫາ ວັນສຸກ) ສຳລັບ ຈຸດບໍລິການວັກຊີນ ຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້

*ການສັກວັກຊິນ ສໍາລັບນັກຮຽນຜູ້ທີ່ຮຽນຈົບມໍ 7 ຫຼື 17 ປີຂື້ນໄປ ກໍ່ສາມາດເຂົ້າມາສັກໄດ້.