ໂອ້ຍນໍ້ ແນວນີ້ກໍ່ມີ ແຟນພໍ່ຄ້າຂາຍນໍ້າປັ່ນ ຫຶງບໍ່ມີຂອບເຂດ ສົ່ງງຂໍ້ຄວາມໄປຫາເລື່ອງລູກຄ້າ ເຫດຍ້ອນໄປຊື້ນໍ້າປັ່ນຢູ່ຮ້ານຝ່າຍຊາຍດຸໂພດ, ແຖມສົງໄສ ຕ້ອງມີຫຍັງຫຼາຍກວ່າລູກຄ້າພໍ່ຄ້າ ເພາະສົ່ງຍິ້ມ ຢອກໄຍກັນນໍາ.
ເປັນເລື່ອງທີ່ຕ້ອງໃຫ້ຊາວເນັດອອກມາສະແດງຄວາມຄິດເຫັນກັນອີກແລ້ວ ສໍາລັບເລື່ອງນີ້ ໂດຍມີ ສາວຜູ້ໃຊ້ເຟສບຸກທ່ານໜຶ່ງ ອອກມາໂພສພາບຫ້ອງແຊັດຂໍ້ຄວາມກັບຍະງສາວລາຍໜຶ່ງ ຂໍ້ຄວາມປະມານວ່າຝ່າຍຍິງຫຶງຫວງທີ່ສາວຜູ້ໂພສໄປຊື້ນໍ້າປັ່ນຮ້ານແຟນເພິ່ນດຸໂພດ ຢ້ານລູກຄ້າຊະມັກແຟນໂຕເອງ.
ໂດຍສາວລູກຄ້າຄົນນັ້ນໄດ້ໂພສຂໍ້ຄວາມລະບຸໄວ້ວ່າ: ມາເບິ່ງຊ່ວຍຂ້ອຍແນ່ຈຸເຈົ້າຈັກຊິເວົ້າແນວໃດກັບຄົນນິ, ລະວັງໄວ້ເດີ້ໃຜມັກໄປຊື້ນຳປັ່ນຮ້ານໃຜຫັນຄັນບໍ່ຢາກເຈີ້ຄືຂ້ອຍ, ຕ້ອງຖາມຄົນຂາຍກ່ອນວ່າແຟນລາວໂຫດບໍຈັ່ງຊື້ ຟ້າເອີ້ຍຟ້າ ຂ້ອຍຜິດບ່ອນໃດເອົາປາກກາມາວົງເບິ່ງ ເລື່ອງມີຢູ່ວ່າ ນ້ຳປັ່ນເປັນເຫດສັ່ງເກດໄດ້.
ເອີ້ນໄດ້ວ່າເປັນຄວາມຫຶງຫວງທີ່ເກີນຂອບເຂດແຮງ ເຕືອນສາວໆໄວ້ເດີ້ ຈະໄປຊື້ນໍ້າປັ່ນຢູ່ຮ້ານໃດ ເບິ່ງແຟນເຈົ້າຂອງຮ້ານແນ່ ໂຫດແບບນີ້ບໍ່.
ເປັນແອັດເອງ ຫາກພົບແບບນີ້ ຕ້ອງຄິດໃໝ່ເລີຍວ່າຊິຊື້ຕໍ່ ຫຼື ຊິພໍສໍ່ານີ້ດີ.