ອ່ານໃຫ້ຈົບ! ເລື່ອງລາວເປັນແບບນີ້ເອງ ທີ່ເປັນກະແສວ່າໂຈນລັກເດັກນ້ອຍ (ພໍ່ລັກລູກ)

0
862

ອ່ານໃຫ້ຈົບ! ເລື່ອງລາວເປັນແບບນີ້ເອງ ທີ່ເປັນກະແສວ່າໂຈນລັກເດັກນ້ອຍ (ພໍ່ລັກລູກ)

ບອກດີບໍ່ມັກກະເປັນເເບບນີ້ລະ..!! ຢ່າຫ່ວງ ຂ້ອຍດູເເລດີກ່ອນພວກເຈົ້າ 10ເທົ່າພຸ່ນລະ (ຂ້ອຍເປັນພໍ່ ເມື່ອພວກເຈົ້າບໍ່ມີເວລາເບິ່ງຂ້ອຍກະຕ້ອງເອົາມາເບິ່ງເອງ ເຈົ້າສິຝາກໄທບ້ານຫວາເບິ່ງລູກຂ້ອຍ ເເລ້ວມາບອກວ່າເບິ່ງດີ.ຕ້ອງເຂົ້າໃຈ ວ່າເດັກນ້ອຍປີປາຍມັນຊ່ວຍໂຕເອງບໍ່ໄດ້ເດີ ຖ້າດູເເລບໍ່ໄດ້ຂ້ອຍຄືພໍ່ມັນຂ້ອຍບໍ່ຍອມແນ່ນອນ

ເລິກຄິດແຕ່ນີ້ຕໍ່ໄປຖ້າຍັງຖ່ອຍສິຕັດລູກຕັດພໍ່ໃຫ້ລູກຂ້ອຍພວກເຈົ້າຈະໄດ້ເຫັນຫນ້າມັນແຕ່ສຳນັ້ນລະ(ຖ້າຄິດວ່າປາກກະດິງໃກ້ກະເຊີນມານຳໂລດຄັນເຫັນ). ສິເເຈ້ງກະຈັບກະຮີບເເຈ້ງມາຂ້ອຍສິຂາຍພວກເຈົ້າເມີດເປືອກໂລດລະບາດນີ້ຂ້ອຍນິພໍ່ມັນ ສິໄປເອົາສານໃດມາສູ່ເອົາກະເຊີນເລີຍເດີ. ຖ້າຢູ່ເຮືອນນິລະ ຖ້າຂ້ອຍໃຊ້ສິດເຕັມຮ້ອຍພວກເຈົ້າຈະບໍ່ໄດ້ເເຕະແມ້ແຕ່ຕີນລູກຂ້ອຍ

ທີ່ຜ່ານມາຂ້ອຍເຄີຍຄິດວ່າພວກເຈົ້າດີ ມາມື້ນີ້ຂີ້ພື້ນພວກເຈົ້າກະອອກ ຫວັງຈະເອົາລູກຂ້ອຍ ສົມພໍເວລາຂ້ອຍກັບເມື່ອເຮືອນບອກລູກເອີ້ນຂ້ອຍອ້າຍ ມາມື້ນີ້ຖ້າຂ້ອຍເລີຍຕັດສິນໃຈລັກລູກໂຕເອງ ຖ້າບໍ່ເຮັດແບບນີ້ກະຄືສິບໍ່ຮູ້ວ່າພວກເຈົ້າຄິດຫຍັງຢູ່ ຂ້ອຍບໍ່ຢາກຂາຍຂີ້ພື້ນພວກເຈົ້າຍ້ອນຫຍັງ ຍ້ອນຂ້ອຍຍັງຢາກໃຫ້ໂອກາດພວກເຈົ້າຂ້ອຍຍັງໃຫ້ກຽດ. ແຕ່ມາມື້ພວກເຈົ້າເວົ້າໃຫ້ຂ້ອຍສຳຫມາ ລູກະລູກຂ້ອຍຂ້ອຍເບິ່ງສົ່ງເສຍແຕ່ເກີດຈົນປານນີ້ ກັບບໍ່ມີສິດຮອດສິເອົາລົງເຮືອນ

ໃຜດີໃຜຊົ່ວໄທບ້ານດອນກະເຈົ້າບໍ່ໄດ້ຕາບອດດອກເດີຂ້ອຍສິບອກໃຫ້ ແລ້ວເລື່ອງລ້ຽງລູກຂອງຂ້ອຍເຈົ້າກະບໍ່ມີເວລາເບິ່ງ ຝາກແຕ່ຄົນອື່ນເບິ່ງ ແຕ່ຂ້ອຍສິເອົາມາຢູ່ນຳພັດບໍ່ໃຫ້ເອົາມາ. ແຕ່ພັດຝາກຄົນອື່ນເບິ່ງໃຫ້ ມັນຫມາຍຄວາມແນວໃດຄຳວ່າດູແລດີຂອງພວກເຈົ້່າ ຕ້ອງຝາກຄົນຂ້າງບ້ານວະປ້ອນເຂົ້າປ້ອນຮ້ຳອາບນ້ຳອາບໃນໃຫ້ ໃຫ້ຄົນອື່ນເຮັດແທນໂຕເອງ ບໍ່ອາຍຫມາເບາະມື້ນີ້ທີ່ຂ້ອຍຕັດສິນໃຈລັກອອກມາເພາະຂ້ອຍຕ້ອງການເວົ້າຄວາມຈຶ່ງສ້າງສະຖານະການຂຶ້ນມາຖ້າບໍ່ມີຄວາມຮັບຜິດຊອບກະຢ່າລ້ຽງ ບໍ່ມີເວລາຮອດສິກິນເຂົ້າບອກຂ້ອຍວ່າລ້ຽງລູກໄດ້ກ່ອນຂ້ອຍ ບໍ່ອາຍຄົນກະອາຍຟ້າອາຍດິນເດີ

ບໍ່ແມ່ນບໍ່ລົມດີ. ຂ້ອຍໄປລົມດີແໍລ້ວ ພໍ້ເອີຍປາກເລື່ອງລູກ ເວົ້າໃຫ້ຂ້ອຍ ດ່າຄືຫມູ່ຄືຫມາ ( ຄົນດີຫວາ ໄປດ່າຂ້ອຍຢູ່ບ້ານຄົນອື່ນ )
ຢ່າບອກວ່າລ້ຽງດີ ຢ່າບອກວ່າເບິ່ງດີ ຕາບໃດທີ່ຍັງຝາກຄົນອື່ນ
ເລື່ອງໃຜເບິ່ງໃຜດູເເລຊ່ວຍຂ້ອຍບໍ່ເຄີຍລືມເດີ ມື້ຫນຶ່ງຂ້ອຍຈະຕອບແທນຢູ່ໃຈເຍັນເດີບາງເວລາຂ້ອຍໄປວຽກຂ້ອຍເຂົ້າໃຈວ່າພວກເຈົ້າເບີ່ງໃຫ້ ແຕ່ຕ້ອງເຂົ້າໃຈເດີວ່າຂ້ອຍບໍ່ເຄີຍຖິ້ມລູກເຄື່ອງໃຊ້ນົມຂະນົມ ຂ້ອຍເຄີຍໃຫ້ພວກເຈົ້າຍຸ່ງນຳເບາະ ຖາມແນ່….