ຊົມເຊີຍ…ເຈົ້າໜ້າທີ່ ຈັບເປົ້າໝາຍລັກຊັບພົນລະເມືອງ ( ລັກລົດຈັກ ) ປະຊາຊົນ ໃນວັນທີ 22 ພະຈິກ 2021 ເຈົ້າໜ້າທີ່ ປກສ ກຸ່ມໜອງໜ້ຽວ ສົມທົບກັບການຈັດຕັ້ງ ບ້ານໜອງແຕ່ງໃຕ້ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຕິດຕາມຈັບຕົວເປົ້າໝາຍລັກລົດຈັກປະຊາຊົນ ໄດ້ 1 ຄົນ, ຊື່ ທ້າວ ເຄ ອາຍຸ 18 ປີ ຢູ່ບ້ານໜອງແຕ່ງໃຕ້ ເມືອງສີໂຄດຕະບອງ ພ້ອມທັງເກັບກູ້ລົດຈັກໄດ້ 1 ຄັນ ມາສືບສວນ-ສອບສວນ.
ຜ່ານການສືບສວນ-ສອບສວນເບື້ອງຕົ້ນ ຂອງເຈົ້າໜ້າທີ່ ປກສ ກຸ່ມໜອງໜ້ຽວ ທ້າວ ເຄ ສາລະພາບວ່າ: ເວລາ 10:00 ໂມງ ຂອງວັນທີ 20 ພະຈິກ 2021 ໄດ້ເຂົ້າໄປລັກເອົາລົດຈັກ ຮອນດ້າເວບ 100 ສີຟ້າດໍາ ໝາຍເລກທະບຽນ ຍດ 5400 ກໍາແພງນະຄອນ ທີ່ຈອດໄວ້ຢູ່ໂຮງແຮມດອກຄາຍທອງ ບ້ານໜອງແຕ່ງໃຕ້ ເມືອງສີໂຄດ
ຕະບອງ. ພາຍຫຼັງ ໄດ້ລົດຈັກມາແລ້ວ ກໍຂັບຂີ່ໄປທາງທ່າງ່ອນ ເມືອງໄຊທານີ ເພື່ອເລາະຂາຍ, ແຕ່ບໍ່ມີໃຜຊື້ ຈິ່ງໄດ້ຂີ່ລົດກັບຄືນມາບ້ານ; ຕົກມາຮອດເວລາ 14:00 ໂມງ ຂອງວັນທີ 22 ພະຈິກ 2021 ຈິ່ງຖືກເຈົ້າໜ້າທີ່ ປກສ ກຸ່ມໜອງໜ້ຽວ ຈັບຕົວ. ສ່ວນລົດຈັກ ຄັນດັ່ງກ່າວ ເຈົ້າໜ້າທີ່ໄດ້ເກັບຮັກສາໄວ້ ຢູ່ຫ້ອງການ ປກສ ກຸ່ມໜອງໜ້ຽວ ລໍຖ້າມອບຄືນ ໃຫ້ຜູ້ເປັນເຈົ້າຂອງ.
ສໍາລັບຜູ້ຖືກຫາ ປກສ ກຸ່ມໜອງໜ້ຽວ ໄດ້ສົ່ງຕົວໃຫ້ ປກສ ເມືອງສີໂຄດຕະບອງ ສືບຕໍ່ຂະຫຍາຍຜົນ ດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.