ເກີດອຸບັດຕິເຫດໄຟໄໝ້ລົດເມນັກທ່ອງທ່ຽວປະເທດບັລແກເລຍຊີວິດໄປ 45 ຄົນສຳນັກຂ່າວ AP ລາຍງານວ່າເວລາ 02:00 ໂມງຕອນເຊົ້າຂອງວັນທີ 23 ພະຈິກ 2021 ໄດ້ເກີດອຸບັດຕິເຫດລົດເມທີ່ບັນທຸກນັກທ່ອງທ່ຽວ 52 ຄົນມາຈາກ ຊິໂດເນຍເໜືອ ໄດ້ເກີດເສຍຫຼັກຕໍາກັບຮາວເຫຼັກກັ້ນກາງຖະໜົນໄຮເວ
ແລ້ວເກີດໄຟໄໝ້ທັງຄັນ ໃນພາກຕາເວັນຕົກຂອງ ປະເທດ ບັລແກເລຍ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 45 ຄົນໃນນີ້ມີເດັກນ້ອຍ 12 ຄົນ ແລະ ບາດເຈັບ 7 ຄົນ ໃນລະຫວ່າງເດີນທາງກັບຫຼັງຈາກໄປທ່ອງທ່ຽວໃນເມືອງອີສຕັນບູລ ປະເທດ ຕຸຣກີ