ຂປລ. ແຫລ່ງຂ່າວຈາກ ເມືອງເງິນ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ວັນທີ 22 ພະຈິກ ຜ່ານມາ, ທ່ານ ທະວິສັກ ໄຊຍະວົງ ວ່າການເຈົ້າເມືອງໆເງິນ ພ້ອມດ້ວຍຄະນະສະເພາະກິດຂັ້ນເມືອງ ລົງຕິດຕາມ ແລະ ຊຸກຍູ້ການເຝົ້າລະວັງ ການລະບາດພະຍາດໂຄວິດ-19 ຢູ່ບັນດາບ້ານພາຍໃນທົ່ວເມືອງ ໂດຍປະຕິບັດຕາມຄໍາສັ່ງ ຂອງທ່ານເຈົ້າເມືອງ ສະບັບເລກທີ 09/ຈມ.ມງ ລົງວັນທີ 22 ພະຈິກ 2021 ວ່າດ້ວຍການເຂັ້ມງວດ ການຈັດຕັ້ງປະຕິບັດມາດຕະການປ້ອງຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃນການຍົກລະດັບ ການປິດການເຂົ້າ-ອອກ(lock down) ເມືອງເງິນ ເປັນການຊົ່ວຄາວ.
ການລົງຕິດຕາມ ແລະ ຊຸກຍູ້ການເຝົ້າລະວັງ ການລະບາດພະຍາດໂຄວິດ-19 ໃນຄັ້ງນີ້: ໄດ້ລົງໄປຕິດຕາມວິທີການ ແລະ ມາດຕະການ ໃນການຈັດຕັ້ງປະຕິບັດ ຂອງຄະນະສະເພາະກິດຂັ້ນບ້ານ ແລະ ດ່ານສາກົນນ້ຳເງິນ ເພາະປັດຈຸບັນ, ເມືອງເງິນ ເກີດມີການແພ່ລະບາດ ຂອງພະຍາດໂຄວິດ-19 ໃນຊຸມຊົນ ຈຳນວນ 2 ກໍລະນີ, ພ້ອມທັງກຳນົດ ເປັນບ້ານເຂດແດງ ຈຳນວນ 2 ບ້ານ ແລະ 20 ບ້ານ ເປັນບ້ານເຂດເຫລືອງ ແລະ ຮຽກຮ້ອງໃຫ້ ຄະນະສະເພາະກິດຂັ້ນບ້ານ ແລະ ປະຊາຊົນເມືອງເງິນ ໃຫ້ເອົາໃຈໃສ່ໃນການປະຕິບັດມາດຕະການການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢ່າງເຄັ່ງຄັດ ແລະ ຍົກໃຫ້ເຫັນບັນດາມາດຕະການຂໍ້ຫ້າມ, ມາດຕະການທີ່ອານຸຍາດໃນການຈັດຕັ້ງປະຕິບັດ ແລະ ມາດຕະການຕໍ່ຜູ້ລະເມີດ.
ໃນວັນດຽວກັນ, ທີມງານຫ້ອງການສາທາລະນະສຸກເມືອງເງິນ ໄດ້ສົມທົບກັບຫ້ອງ ການຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງ ແລະ ພາກສ່ວນ ກ່ຽວຂ້ອງ ລົງໂຄສະນາສຸກຂະສຶກສາ ໃຫ້ປະຊາຊາຊົນບ້ານຕ່າງໆໃນທົ່ວເມືອງ ໂດຍຍົກໃຫ້ເຫັນ ສະພາບການລະບາດ, ມາດຕະການ, ວິທີການປ້ອງກັນ, ອາການ. ພ້ອມທັງປະຊາສໍາພັນໃຫ້ຜູ້ທີ່ຍັງບໍ່ທັນໄດ້ສັກວັກຊິນໂຄວິດ-19 ນັບແຕ່ອາຍຸ 12 ຂຶ້ນໄປ ໃຫ້ໄປສັກວັກຊິນ ຢູ່ທີ່ຫ້ອງການສາທາລະນະສຸກເມືອງ ແລະ ໂຮງໜໍນ້ອຍ.
ຂ່າວ: ອິນແປງ ແຫວນຄຳ