ໂອ້ຍນໍ້ ຈັກສິອີ່ຕົນຄູບາທີ່ບອກເລກ ລື ຄົນທີມາຂໍເລກ ແລ້ວບໍ່ຖືກດີ ແຕ່ກໍ່ບໍ່ຄວນທີ່ຈະມາທຳຮ້າຍຄົນອື່ນແບບນີ້ມັນຜິດກົດໝາຍ ແບບນີ້ກະມີເນາະ..!! ເຊົາເດີ້ ໄປຂໍເລກນຳຄູບາ ບໍ່ຖືກລະກັບໄປໂວຍ (ມີຄລິບ)
ຈາກຜູ້ໃຊ້ເຟສບຸກຊື່ Sakda Nanthavong ໄດ້ໂພສວ່າ: ຜູ້ໄດ້ມັກຫລີ້ນເລກລະເຊົາເດີໄປຂໍເລກນຳຄູບາບໍ່ຖືກລະໄປໂວຍວາຍແບບນີ້ບໍ່ໄດ້ໄດ ເຊົາເດີ້ຜູ້ໃດມັກຫຼີ້ນເລກນະເລື່ອງຂໍເລກຂໍເບີນີ້ເປັນຄວາມເຊື່ອສ່ວນບຸກຄົນບຸນວາດສະໜາໃຜລາວບຸນບາຣະມີໃຜມາຮອດມາເຖິງ ດວງຈະເຮັງໂຊກລາບຈະເຂົ້າມາທ່ານອາດຈະຖືກຕາມເລກທີ່ເພີ່ນບອກກໍ່ເປັນໄດ້ ຖ້າໃຜຍັງບໍ່ເຖິງດວງເຮັງເລກດີເລກເດັດມາແຕ່ໃສກໍ່ບໍ່ຖືກ
ເພາະສະນັ້ນຢ່າໂທດພຣະໂທດອາຈານ ເພາະຮອດຍາມຂອງເຮົາໂຊກຫາກຈະມາເອງ ຊ່ວງທີ່ໂຊກບໍ່ມາເຮົາກໍ່ຕັ້ງໃຈເຮັດວຽກໜ້າທີ່ຂອງຕົນແລະຫາເງິນດ້ວຍເຫື່ອແຮງສະມັນສະໝອງເຮົາຈະດີກ່ອນການຄອງຖ້າໂຊກລາບ ນີ້ແຫຼະເພິ່ນວ່າ ຢ່າໝິ່ນເງິນໜ້ອຍ ຢ່າຄອຍວາດສະໜາ (ເຈັບໂຕມາແຈບເດີພີ່ນ້ອງ)