ຫຼານສາວໂພສເສົ້າເຖິງປ້າຈາກໄປຍ້ອນໂຄວິດເຫຼືອພຽງໄວ້ຮູບຖ່າຍ

0
560

ເປັນເລື້ອງທີ່ໜ້າເສົ້າໃຈ ຫົດຫູ່ໃຈທີ່ສຸດ ເມື່ອຄົນທີ່ເຮົາຮັກຈາກໄປແບບກະທັນຫັນ ຈາກພະຍາດໂຄວິດ ເປັນສິ່ງບໍ່ມີໃຜຢາກໃຫ້ເກີດຂື້ນກັບຄອບຄົບໃຜ ເພາະມັນເປັນການສູນເສຍຄັ້ງຍິ່ງໃຫ່ຍ ຫຼານສາວໂພສເສົ້າເຖິງປ້າຈາກໄປຍ້ອນໂຄວິດເຫຼືອພຽງໄວ້ຮູບຖ່າຍ

ຈາກໂພສໄຫ້ວອາໄລຫຼານສາວໂພສຫາປ້າວ່າ:ບໍ່ຄິດບໍ່ຝັນວ່າປ້າຊິຈາກຫຼານໄປໄວປານນີ້ຍັງເຮັດໄຈບໍ່ທັນຊ້ຳ ແມ້ແຕ່ເຫັນຫນ້າເທື່ອສຸດທ້າຍກໍ່ບໍ່ໄດ້ເຫັນເຫຼືອໄວ້ແຕ່ພາບຖ່າຍໄຫ້ຫຼານໄດ້ເບິ່ງຕ່າງຫນ້າ ຍ້ອນໂຄວິດໂຕດຽວເຮັດໄຫ້ປ້າຕ້ອງຈາກໄປໄວແບບນີ້ໄປເປັນນາງຟ້ານາງສະຫວັນຢູ່ເທິ່ງຟ້າພຸ້ນເດີ ຮັກແລະຄິດຮອດສະເຫມີ

ວັນທີ 26.11.2021 ສປປ ລາວ ກວດພົບຜູ້ຕິດເຊື້ອໂຄວິດ ທັງໝົດ 1,510 ຄົນ (ເສຍຊີວິດເພີ່ມໃຫມ່ 4 ຄົນ. ນະຄອນຫລວງວຽງຈັນ 3ຄົນ , ຫລວງພະບາງ1ຄົນ) ຕົວເລກເພີ່ມຂຶ້ນສູງ ແຕະພັນຄົນເກືອບທຸກໆວັນແລ້ວ ແພດໝໍ ຫລາຍຄົນຍັງບໍ່ໄດ້ກັບບ້ານກັບເຮືອນ ສູ້ໆເດີທຸກຄົນຂໍໃຫ້ຜ່ານວິກິດນີ້ໄປນຳກັນ