ກັກຕົວເປົ້າໝາຍລັກຊັບ ( ລັກໄມ້ດູ່ ) 2 ຄົນ, ພ້ອມຂອງກາງ ມາດໍາເນີນຄະດີ

0
500

ກັກຕົວເປົ້າໝາຍລັກຊັບ ( ລັກໄມ້ດູ່ ) 2 ຄົນ, ພ້ອມຂອງກາງ ມາດໍາເນີນຄະດີ ທ້າວ ໃຫຍ່ ອາຍຸ 30 ປີ ອາຊີບ ກໍາມະກອນ ຢູ່ບ້ານນາລ່ຽນ ແລະ ທ້າວ ສຸກັນ ຫຼື ເລະ ອາຍຸ 30 ປີ ອາຊີບ ກໍາມະກອນ ບ້ານປາກແຮດ ເມືອງນາຊາຍທອງ ຖືກເຈົ້າໜ້າທີ່ ປກສ ກຸ່ມສີເກີດ ເມືອງນາຊາຍທອງ ນວ ກັກຕົວພ້ອມຂອງກາງໄມ້ດູ່ ຈຳນວນ 15 ຕັບ ມາດໍາເນີນຄະດີ ໃນຂໍ້ຫາລັກຊັບພົນລະເມືອງ.

ຜ່ານການສືບສວນ-ສອບສວນເບື້ອງຕົ້ນ ພວກກ່ຽວທັງສອງ ໄດ້ຮັບສາລະພາບວ່າ: ກາງເດືອນພະຈິກ 2021 ພວກຕົນໄດ້ໄປລັກເອົາໄມ້ດູ່ ຈໍານວນ 15 ຕັບ ຢູ່ດິນສວນບ້ານໂພນສະຫວັນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເຊິ່ງເປັນສວນຂອງທ່ານ ຄຳເຄື່ອງ ລິດດາວົງ ອາຍຸ 70 ປີ ອາຊີບ ນັກທຸລະກິດ, ມາຮອດເວລາປະມານ 15:00 ໂມງ ຂອງວັນທີ 24 ພະຈິກ 2021 ເຈົ້າໜ້າທີ່ ປກສ ກຸ່ມສີເກີດ ຈຶ່ງໄດ້ເຂົ້າກັກຕົວພວກກຽ່ວຢູ່ເຮືອນຂອງ ທ້າວ ສຸກັນ ພ້ອມດ້ວຍໄມ້ຈໍານວນດັ່ງກ່າວ.

ປັດຈຸບັນ ເຈົ້າໜ້າທີ່ ປກສ ກຸ່ມສີເກີດ ໄດ້ນໍາສົ່ງຕົວເປົ້າໝາຍທັງ 2 ຄົນ ໃຫ້ກອງບັນຊາການ ປກສ ເມືອງນາຊາຍທອງ ເພື່ອສືບສວນ-ສອບສວນຂະຫຍາຍຜົນ ຊອກຫາກຸ່ມແກ້ງພັກພວກ ມາດໍາເນີນຄະດີຕາມລະບຽບກົດໝາຍ.