ຂະຫຍາຍຜົນຈັບຜູ້ຮ່ວມຂະບວນການລັກຊັບພົນລະເມືອງໄດ້ອີກ 1 ຄົນ

0
534

ຂະຫຍາຍຜົນຈັບຜູ້ຮ່ວມຂະບວນການລັກຊັບພົນລະເມືອງໄດ້ອີກ 1 ຄົນ

ເຈົ້າໜ້າທີ່ໜ່ວຍງານສືບສວນ-ສອບສວນຄະດີອາຍາ ພະແນກຕໍາຫຼວດ ປກສ ເມືອງສີສັດຕະນາກ ໃຫ້ຮູ້ວ່າ: ພາຍຫຼັງກັກຕົວ ທ້າວ ເກດສະດາ 5ອາຍຸ 18 ປີ ກໍາມະກອນ ຢູ່ບ້ານບຶງຂະຫຍອງ ເມືອງສີສັດຕະນາກ ວັນທີ 9 ກັນຍາ 2021 ໃນຂໍ້ຫາລັກຊັບພົນລະເມືອງ. ຈາກນັ້ນ, ເຈົ້າ ໜ້າທີ່ກໍ່ໄດ້ເປີດກວ້າງສືບສວນ-ສອບສວນ ຂະຫຍາຍຜົນສືບຄົ້ນຫາຜູ້ຮ່ວມຂະບວນການລັກລົດຈັກ; ຮອດເວລາ 11:00 ໂມງ ທີ 22 ພະຈິກ 2021 ສາມາດຕິດຕາມກັກຕົວ ທ້າວ ອາໝີງ ໄດ້ຢູ່ບ້ານໜອງປີງ ເມືອງຈັນທະບູລີ ມາດໍາເນີນຄະດີ.

ຜ່ານການສອບສວນ ທ້າວ ອາໝີງ ສາລະພາບວ່າ: ຕົນເອງໄດ້ສົມຮູ້ຮ່ວມຄິດກັບ ທ້າວ ເກດສະດາ ລັກລົດຈັກດ້ວຍວີທີ ຂັບຂີ່ລົດເລາະຕາມເສັ້ນທາງຕ່າງໆ ເພື່ອຊອກຫາເປົ້າໝາຍ ໂດຍສະເພາະລົດຈັກ ທີ່ຈອດໄວ້ຕາມແຄມທາງ ຫຼື ບໍ່ຖອດກະແຈລົດອອກ ເມື່ອພົບເຫັນກໍ່ລົງມືລັກເອົາ; ຜ່ານມາມີການເຄື່ອນໄຫວລັກມາແລ້ວຫຼາຍຄັ້ງ ພາຍຫຼັງໄດ້ລົດກໍ່ພາກັນເອົາໄປຂາຍ ໄດ້ເງິນມາກໍ່ເອົາໄປໃຊ້ຈ່າຍຫຼິ້ນກິນຈົນໝົດ.

ປັດຈຸບັນ, ຄະດີດັ່ງກ່າວເຈົ້າໜ້າທີ່ ປກສ ເມືອງສີສັດຕະນາກ ຍັງສືບຕໍ່ເປີດກວ້າງຂະຫຍາຍຜົນຊອກສືບຄົ້ນຫາກຸ່ມແກ້ງຜູ້ຮ່ວມຂະບວນການ ແລະ ເກັບກູ້ລົດຈັກທີ່ຄົນຮ້າຍລັກໄປ ມາດໍາເນີນຄະດີຕາມລະບຽບກົດໝາຍ.