ວ້າວໆ..!! ຜູ້ຊາຍສາຍເປ 100 ລ້ານ ໃນງານວັນເກີດແຟນສາວ

0
495

ວ້າວໆ..!! ຜູ້ຊາຍສາຍເປ 100 ລ້ານ ໃນງານວັນເກີດແຟນສາວ

ຂອງຂວັນວັນເກີດສຸປີນີ້ ແຟນສຸໃຫ້ 100ລ້ານຈະຜູ້ໃດທີ່ກຳລັງນັບຢູ່ & ກຳລັງຄິດຢູ່ວ່າໃຫ້ແທ້ບໍ? ຫຼື ເອົາເງິນທີ່ມີມາອ້າງວ່າຜູ້ຊາຍເອົາໃຫ້ ແລະ ຖ່າຍຮູບລົງຊື່ ຖ້າສຸຈະອ້າງ ຫຼື ສ້າງພາບແທ້ ສຸຈະບໍ່ເອົາມາແຕ່100ລ້ານເນີ ສຸສາມາດເອົາມາກອງຖ່າຍຮູບຈັກ 1,000-2,000ລ້ານໄດ້ນະຫຍິງ…
ແລະໂພສນີ້ສຸຈະມາບອກວ່າເປັນຫຍັງແຟນສຸຄືໃຫ້ເງິນຫຼາຍປານນີ້ ພຽງແຕ່ຂອງຂວັນວັນເກີດຊື່ໆຕ້ອງໃຫ້ຂະໜາດນີ້ບໍ??

ຢາກຈະບອກວ່າແຟນສຸບໍ່ແມ່ນຄົນລວຍເດີ ຕັ້ງແຕ່2ປີກ່ອນທີ່ຄົບກັນ ແຟນສຸກະຍັງຂີ່ລົດເວບ100ສີຟ້າ(ປະຈຸບັນກະຍັງຂີ່ຢູ່)
ສຸບໍ່ເຄີຍໄປຮຽກຮ້ອງ ໄປຂໍໆໆ ຂ້ອຍສິເອົາອັນນີ້ ຂ້ອຍຢາກໄດ້ແບບນີ້ ເຈົ້າຕ້ອງເຮັດແບບນີ້ ເຈົ້າຕ້ອງເປັນຈັ່ງຊິ ເປັນຄືແຟນຜູ້ນິ ເປັນຄືອ້າຍນິ…ບໍ່ເຄີຍ ສຸບໍ່ເຄີຍບອກແຟນໃຫ້ເຮັດ ໃຫ້ມີຄືຄົນອື່ນ ມີແຕ່ບອກວ່າມື້ນີ້ຖຶ່ງເຈົ້າສິບໍ່ມີກະບໍ່ເປັນຫຍັງ ຄອຍເຮັດຄອຍຫາໄປ ເຮົາບໍ່ໄດ້ຟ້າວຝັ່ງເລັ່ງໂຕເອງປານນັ້ນ ແລະ ບໍ່ຕ້ອງຢ້ານວ່າຂ້ອຍສິຖິ່ມເຈົ້າຄືຄົນອື່ນ

ເພາະແຕ່ຮັກກັນແລກໆຂ້ອຍກະບໍ່ໄດ້ເລືອກເຈົ້າຈາກເງິນ ຮັກກັນແລກໆຂ້ອຍກະເລືອກເຈົ້າທີ່ເປັນເຈົ້າ ຄວາມດີເຈົ້າມີ ຄວາມຮູ້ເຈົ້າມີ ພຽງແຕ່ຕອນນີ້ເຮົາຍັງບໍ່ພ້ອມຄືຄົນອື່ນກະເທົ່ານັ້ນ… ທີ່ຜ່ານມາສຸເປັນຄົນທີ່ຢູ່ຂ້າງ ແລະ ຊັບພອສລາວທຸກຢ່າງ ບໍ່ວ່າຈະເຮັດຫຍັງ ຄິດຫຍັງ ຖຶ່ງແຟນສຸຈະເປັນຄົນທີ່ມີຄວາມຄິດຕ່າງຫມູ່ ຄວາມຄິດອາດຈະເວີໆ ເປົ້າຫມາຍອາດຈະເວີໆ ຈົນບາງຄົນບໍ່ຄິດວ່າຈະເຮັດໄດ້…ແຕ່ສຸກະຍັງເປັນຄົນໜຶ່ງທີ່ເຊື້ອ ແລະ ບອກລາວວ່າລາວຕ້ອງເຮັດໄດ້ ແລະ ປະຈຸບັນນີ້ລາວກະເຮັດໄດ້ອາດຈະບໍ່100% ແຕ່ກະຖືວ່າມີເຄົ້າໂຄງແລະ ດ້ວຍເຫດຜົນເຫຼົ່ານີ້ເປັນຫຍັງຜູ້ຊາຍສິບໍ່ໃຫ້ເຮົາພຽງແຄ່ 100ລ້ານ…

ປະຈຸບັນນີ້ສຸບໍ່ໄດ້ມີບັນຊີຮວມ ບໍ່ໄດ້ມີເງິນເກັບ ເງິນຄູ່ຫຍັງກັບແຟນທັງນັ້ນ ເພາະວ່າເງິນທຸກກີບຂອງແຟນກະຄືເງິນເຮົາ5555
ສຸກັບແຟນເຮັດເງິນຄົນລະຖົງແຕ່ເງິນແຟນກະຄືເງິນເຮົາ ແລະ ເງິນເຮົາກະຄືເງິນເຮົາ

ເປັນຜູ້ຍິງໃຫ້ເປັນຜູ້ຍິງທີ່ເຫັນຄ່າໃນໂຕເອງຢ່າເປັນຄົນທີ່ຮຽກຮ້ອງຫຼາຍ
ຜູ້ຍິງທີ່ດີຄືຜູ້ຍິງທີ່ຮັກໂຕເອງເຊື້ອຫມັ້ນໃນໂຕເອງແລ້ວຜູ້ຊາຍເຂົາກະສິເຫັນຄືເຮົາ
ປະສົບການຜູ້ຊາຍເປ 100 ລ້ານ ໃນງານວັນເກີດ 2021