ເຫດ! ລົດເກັງຕຳເສົາໄຟຟ້າ ເຂດບ້ານໂພນພະເນົາ.
ວັນທີ 26 ພະຈີກ 2021, ຜ່ານມາ ເວລາປະມານ 1:00 ໂມງ ໄດ້ເກີດອຸບັດຕິເຫດລົດເກັງເກີດເສຍຫຼັກຕຳເອົາເສົາໄຟຟ້າ ເຮັດໃຫ້ລະບົບໄຟຟ້າ 22kV ເຂດບ້ານໂພນພະເນົາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄຟສາຍແຈກ MSS 5.5 ເຮັດໃຫ້ເສົາໄຟຟ້າ 12 ແມັດ ຫັກ ຈຳນວນ 1 ຕົ້ນ ແລະ ໝໍ້ແປງໄຟຟ້າຂະໜາດ 315KVA ເປ້ເພເສຍຫາຍ ຈຳນວນ 1 ໜ່ວຍ ສົ່ງຜົນໃຫ້ເກີດໄຟຟ້າເຂດດັບເປັນບໍລິເວນກວ້າງ.
7
ໃນຕອນເຊົ້າເວລາ 8:30 ຟຟລ ສາຂາໄຟຟ້ານະຄອນຫຼວງ1 ຫ້ອງການຄຸ້ມຄອງລະບົບ ແລະ ບໍລິການ ໄດ້ຈັດກຳລັງອ້າຍນ້ອງພະນັກງານ ນຳໂດຍທ່ານ ບຸນເນົາ ຈຳປານະຄອນ ຫົວໜ້າໜ່ວຍງານຕາຂ່າຍ ພ້ອມດ້ວຍພະນັກງານວິຊາການ ຈຳນວນ 16 ທ່ານ ໄດ້ລົງສ້ອມແປງກູ້ລະບົບໄຟຄືນ ໂດຍການປ່ຽນເສົາ12 ແມັດ ແທນເສົາທີ່ຫັກ ແລະ ໝໍ້ແປງທີ່ເສຍຫາຍສາມາດ ສ້ອມແປງລະບົບໄຟຄືນ ໜ້າວຽກແມ່ນເຮັດສຳເລັດ 100% ແລະ ປ່ອຍໄຟໃຊ້ເປັນປົກກະຕິໃນເວລາ 14:30 ໂມງ ຂອງວັນດຽວກັນ.
ສ່ວນສາເຫດ ແລະ ລາຍລະອຽດຍັງຢູ່ໃນຂັ້ນຕອນຂອງເຈົ້າໜ້າທີ່ດຳເນີນການສືບສວນ ຊາບພາຍຫຼັງແລ້ວ ຈະມາແຈ້ງໃຫ້ຊາບພາຍຫຼັງຕື່ມ.