ສາວນ້ອຍຂັວນໃຈມວນຊົນ ລູກສາວຄົນດຽວຂອງອະດີດພະເອກ ປໍ ທິດສະດີ ສະຫະວົງ ດາລາດັງຜູ້ລ່ວງຫຼັບ ຕອນນີ້ເປັນສາວນ້ອຍແລ້ວ ແລະຍັງຄົງມີບັນດແຟນຄັບຂອງພໍ່ ແລະແຟນຄັບທີ່ຫຼົງຮັກໃນຕົວມະລິຕິດຕາມຜົນງານຢ່າງໃກ້ຊິດ.
ຫຼ້າສຸດໃນວັນລອຍກະທົງ ຂອງເມືອງໄທ ແມ່ໂບໄດ້ແຕ່ງໃຫ້ນ້ອງມະລິນຸ່ງສິ້ນ ແລະເສື້ອແບບຊຸດລາວໆໄປລອຍກະທົງ ເຮົາຄົນລາວເຫັນແລ້ວອົດເຊີຍຊົມໃນຄວາມໜ້າຮັກບໍໄດ້ ງານນີ້ແມ່ໂບຄົງເອົາໃຈແຟນຄັບຊາວລາວຈັກຕັ້ງຢ່າງແນ່ນອນ.
ນ້ອງມະລິ ມີຊື່ແທ້ວ່າ ນ້ອງພາຂັວນ ສະຫະວົງ ເກີດເມື່ອວັນທີ 15 ພະຈິກ 2014 ພໍ່ຂອງນ້ອງຄື ພະເອກປໍ ທິດສະດີ ສະຫະວົງ ສ່ວນແມ່ຄືແມ່ໂບ ແວນດ້າ ສະຫະວົງ ມີອ້າຍຕ່າງພໍ່ໜຶ່ງຄົນຊື່ ອໍໂຕ.
ນ້ອງມະລິ ເນື່ອງຈາກພໍ່ເປັນດາລາດັງກ່ອນໜ້ານັ້ນແມ່ນບໍ່ໄດ້ເປີດເຜີຍຕໍ່ສັງຄົມ ແຕ່ຫຼັງຈາກທີ່ອາການພໍ່ຊຸດລົງຕໍ່ເນື່ອງ ພໍ່ປໍ ແລະແມ່ໂບຕັດສິນໃຈເປີດເຜີຍຂອງຂັວນຊິ້ນສຸດທ້າຍຂອງພໍ່ປໍຕໍ່ສັງຄົມ ວ່ານີ້ຄືລູກສາວຄົນດຽວຂອງພໍ່ປໍ ແລະເມື່ອພໍ່ຈາກໄປ ເຫຼົ່າແຟນຄັບຍັງຄົງຮັກອິນດູມະລິຢ່າງຕໍ່ເນື່ອງມາຈົນທຸກວັນນິ້.
ດ້ວຍຄວາມຮັກ, ຄວາມອິນດູຂອງເຫຼົ່າແຟນຄັບ ໄດ້ເປັນກຳລັງໃຈໃຫ້ແມ່ໂບ ແລະ ສາວນ້ອຍມະລິຂະຫຍັນຂັນແຂງໃນການທຳມາຫາກິນບໍ່ວ່າຈະສານຕໍ່ວຽກໃນວົງການບັນເທີງ ແລະເຮັດທຸລະກິດເຂົ້າໜົມ ເຊິ່ງສາມາດປູພື້ນແກ່ອະນາຄົດຂອງມະລິດໄດ້ເປັນຢ່າງດີ.