ໝາກແຄ້ງຂົມ ຊ່ວຍແກ້ເບົາຫວານ ແລະ ຫຼຸດລະດັບນ້ຳຕານໃນເລືອດ

0
470

ໝາກແຄ້ງຂົມ ຊ່ວຍແກ້ເບົາຫວານ ແລະ ຫຼຸດລະດັບນ້ຳຕານໃນເລືອດ

ໝາກແຄ້ງຂົມ ມີທາດ Alkaloids ຫຼາຍຊະນິດ ເຊັ່ນ: Diosgenin, Solanine, Solasodine ( ພົບໃນໝາກ, ໃບ ແລະ ຕົ້ນ ).

ອີກທັງຍັງພົບສານຈຳພວກ Amino acid, Flavonoid glycoside, Phenols ສ່ວນໃນແກ່ນໝາກແຄ້ງຂົມ ພົບໄຂມັນ ແລະ ວິຕາມີນຊີ ເປັນຕົ້ນ.

ສ່ວນໃບ ແລະ ໝາກ ຍັງພົບສານ Diogenin, Solanine, Solanidine Beta – sitosterol.

ໝາກສຸກ ແລະ ໝາກດິບ ມີຣົດຂື່ນສົ້ມຊ່ວຍແກ້ເບົາຫວານ, ຫຼຸດລະດັບນ້ຳຕານໃນເລືອດ ໂດຍການໃຊ້ໝາກແຄ້ງຂົມ 10–20 ໝາກນຳມາຮັບປະທານເປັນອາຫານກັນແຈ່ວ, ຊ່ວຍແກ້ໄຂ້ສາລະພັດພິດ, ແກ້ໄຂຂັບຂີ້ກະເທີ່ໃນຄໍ.

ບາງຕຳລາຈະໃຊ້ເປັນຢາແກ້ໄອ ໂດຍໃຊ້ໄດ້ທັງໝາກແຫ້ງ ແລະ ໝາກສົດ ປະມານ 5–10 ໝາກ, ນຳມາຕຳໃຫ້ແລກຄັ້ນເອົາແຕ່ນ້ຳປະສົມກັບເກືອເລັກນ້ອຍນຳມາຮັບປະທານ.

ນອກນັ້ນໝາກຍັງຊ່ວຍຮັກສາພະຍາດທາງໄຕ ແລະ ກະເພາະປັດສະວະອີກດ້ວຍ.