ພົບເຫັນແຈ້ງດ່ວນ! ຜູ້ຕິດເຊື້ອໜີອອກຈາກສູນກັກກັນ ມສ ດົງໂດກ ແລ້ວລັກລົດໄປນຳ

0
574

ພົບເຫັນແຈ້ງດ່ວນ! ຜູ້ຕິດເຊື້ອໜີອອກຈາກສູນກັກກັນ ມສ ດົງໂດກ ແລ້ວລັກລົດ ໃນວັນທີ 28 ພະຈິກ 2021, ມີຜູ້ຕິດເຊື້ອພະຍາດໂຄວິດ-19 ຊື່ ທ້າວ ສີທະວີໄຊ ບຸນວົງໄຊ ອາຍຸ 39 ປີ ໄດ້ລັກອອກຈາກການປິ່ນປົວໂຄວິດ 19 ທີ່ສູນ ມສ ດົງໂດກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຜູ້ກ່ຽວໄດ້ໄປລັກເອົາລົດຈັກ Honda ສະກຸບປີ ສີຂາວ

ທະບຽນ ຈບ 6593 ຈໍາປາສັກ ຢູ່ບ້ານດົງປ່າແລບ ເມືອງຈັນທະບູລີ ແລ້ວຂັບຂີ່ໜີໄປ, ສະນັ້ນ ຈຶ່ງແຈ້ງມາຍັງທຸກພາກສ່ວນ ຊ່ວຍກວດກາຕິດຕາມລົດຕາມຢູ່ບັນດາຈຸດຕ່າງໆ ຕ້ອງມີສະຕິໃນມາດຕະການປ້ອງກັນໂຄວິດ-19 ຖ້າຫາກໃຜພົບເຫັນ ໃຫ້ຮີບຮ້ອນ ລາຍງານໃຫ້ຫ້ອງຕໍາຫຼວດ ເບີ 020 55666813 ໂດຍດ່ວນ ແຕ່ໃຫ້ຫຼີກລ້ຽງການສໍາພັດ ຫຼື ລາຍງານມາທາງເບີວອດແອັບ ປກສ ນວ 020 2889 9774 ຕະຫຼອດ 24 ຊົ່ວໂມງ ແລະ ຜ່ານທາງເຟັສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.