ເຕືອນຮ້ານແລກປ່ຽນຮ້ານຮັບໂອນເງິນລາວໄທ ເຄສນີ້ເກືອບເສຍເງິນ400ລ້ານກີບ

0
745

ເຕືອນຮ້ານແລກປ່ຽນຮ້ານຮັບໂອນເງິນລາວໄທ ເຄສນີ້ເກືອບເສຍເງິນ400ລ້ານກີບຈາກເຟສບຸກທ່ານໜຶ່ງໄດ້ໂພສເຕືອນໄພວ່າ: ເຕືອນຮ້ານແລກປ່ຽນ ຮ້ານຮັບໂອນເງິນລາວໄທ ເຄສນີ້ ເກືອບເສຍເງິນໄປແລ້ວ400ລ້ານກີບ

ມີພວກມິດສາຊີບແຊດມາຢາກໂອນລາວໄປໄທ ທາງຮ້ານກໍຕອບປົກກະຕິຄືລູກຄ້າທົ່ວໄປ.. ວ່າຈະໂອນໄປໄທຈ່າຍກີບ ຈະໂອນເງິນເຂົ້າ400ລ້ານແລ້ວແລກໂອນໄປໄທເລີຍ1ລ້ານປາຍບາດໃຫ້ຄ່າໂອນພ້ອມ

ຫລັງຈາກທີ່ແຈ້ງບິນມາແລ້ວທາງເຮົາກະກວດສອບວ່າເຫັນເງິນເຂົ້າບັນຊີເຮົາ400ລ້ານຄົບ.. ມິດສາຊີບກະບອກໃຫ້ກົດໄປໄທບິນທີ່1ກ່ອນ600.000ບາດ ແຕ່ເຮົາຍັງບໍ່ທັນກົດຍ້ອນຄາວຽກຢູ່ ແລ້ວກະໂທມາເລັ່ງໃຫ້ກົດ ຊິເພີ່ມຄ່າໂອນໃຫ້ຫລາຍລ້ານ ຖ້າກົດດ່ວນໃຫ້

ເຮົາຂໍບັດປະຈຳຕົວ ກະສົ່ງບັດຊື່ຕົງກັບເຈົ້າຂອງເງິນມາ ທັນທີ (ຄືຊິໃຊ້ເລ່ຫຼ່ຽມຂໍບັດມາໄວ້ກ່ອນຫນ້າແລ້ວ) ທີ່ຫນ້າຕື່ນໄປກ່ອນນັ້ນກະຄືຕອນເຮົາບໍ່ທັນປະສານກັບເຈົ້າຂອງບັນຊີ ເຮົາບອກວ່າເຮົາບໍ່ຮັບລະເດີຈະຂໍໂອນຄືນບັນຊີຕົ້ນທາງ ທີ່ອອກຊື່…xxx ບອກໄດ້1ນາທີ! ມັນກະໄປປອມonecash ໃສ່ຊື່ຜູ້ນັ້ນມາແລະເລັ່ງໃຫ້ເຮົາໂອນກັບໃຫ້ ວ່າໂອນກັບໄດ້ເລີຍ

ເຮົາຕິດຕໍ່ພົວພັນກັບທະນາຄານໄດ້ເບີເຈົ້າຂອງເງິນມາກະແຈ້ງເພິ່ນ ເພິ່ນກະວ່າລູກສາວບອກໂອນຊິຊື້ລົດໃຫຍ່ ເຮົາເລີຍອະທິບາຍໃຫ້ຟັງລະອຽດ.. ສຸດທ້າຍບໍ່ແມ່ນ ເປັນມິດສາຊີບຕົ້ມເງິນຄົນອື່ນມາ

ມີສະຕິແລະລະວັງໂຕນຳກັນເດີ້! ມິດສາຊີບມີມາທຸກແບບເລີຍ ດີແຕ່ຕອນນັ້ນແມ່ຄ້າບໍ່ຖືກຄວາມໂລບບັງຕາ


ເຕືອນຮ້ານແລກປ່ຽນຮ້ານຮັບໂອນເງິນລາວໄທ ເຄສນີ້ເກືອບເສຍເງິນ400ລ້ານກີບ


ເຕືອນຮ້ານແລກປ່ຽນຮ້ານຮັບໂອນເງິນລາວໄທ ເຄສນີ້ເກືອບເສຍເງິນ400ລ້ານກີບ


ເຕືອນຮ້ານແລກປ່ຽນຮ້ານຮັບໂອນເງິນລາວໄທ ເຄສນີ້ເກືອບເສຍເງິນ400ລ້ານກີບ