ສຸດງົງ ບັນຊີຖືກແຮັກ? ເງີນໃນບັນຊີຕົນເອງຫາຍໄປ 49.000.000 ລ້ານກີບ

0
7116

ມື້ນີ້ສິມາເລົ່າ‼️ ມີລູກຄ້າຜູ້ຫນື່ງມາຊື້ເຄື່ອງນຳເເລ້ວໂອນເງິນຄ່າເຄື່ອງປົກກະຕິ ເເລ້ວມາມື້ຫນື່ງລາວໂອນເງິນມາ ຜິດຂ້ອຍກະໂອນກັບ ປົກກະຕິໂດຍຄວາມທີ່ໂຕເອງເປັນເເມ່ຄ້າ

ເນາະບໍ່ຢາກເອົາຂອງໃຜຢູ່ເເລ້ວ ກະໂອນກັບໄປໃຫ້ລາວ ແລ້ວລາວມາຊື້ເຄື່ອງນຳອີກເທື່ອ2 ລາວກະໂອນໃຫ້ຂ້ອຍປົກກະຕິ ເເຕ່ວ່າ‼️…ລາວໂອນເກີນມາເກີນເເລ້ວລາວບອກວ່າ

ໂອນໃສ່ບັນຊີກະເປົ່າໃຫ້ຂ້ອຍເດີ ຂ້ອຍກະໂອນກັບໄປກະບໍ່ໄດ້ລັງເລໃຈຫຍັງເພາະຂ້ອຍກະເຄີຍໂອນໃສ່ກະເປົ່າຂອງຄົນອື່ນຢູ່ເເລ້ວ ພໍໂອນໃສ່ກະເປົ່າ ມື້ອື່ນເຊົ້າມາວ່າຈະເອົາເງິນເປັນ

ເຂົ້າບັນຊີກັບຮ້ານເເລກປ່ຽນທົ່ວໄປ ເຂົ້າມາເບິ່ງເງິນໃນບັນຊີຍັງເເຕ່9ເເສນກວ່າ ເເລ້ວເຂົ້າໄປເບິ່ງການໂອນ #ພັດວ່າເຫັນໂອນເງິນອອກ49,000’000‼️ ທັງທີ່ຂ້ອຍບໍ່ໄດ້ເປັນ

ຄົນໂອນ ແລ້ວເຫັນມີການໄປຕັ້ງບີຊີວັນເອົາໃຫມ່ ບໍ່ມີການເເຈ້ງເຕື່ອນໃດຂອງບີຊີວັນ #ຫລັງຈາກທີ່ເຫັນການໂອນເງີນອອກໄປເປັນຄືນວັນທີ່20/ຂອງວັນສຸກ/ ຂ້ອຍກະເຮັດ

ຫຍັງບໍ່ໄດ້ເພາະເປັນວັນເສົາທະນາຄານປິດ ຂ້ອຍກະຖ້າຈົນຮອດວັນຈັນເຂົ້າໄປເເຈ້ງສອບຖາມທະນາຄານວ່າມີຄົນລັກເຂົ້າປັນຊີຂ້ອຍ ເເລ້ວໂອນເງິນອອກໄປຂ້ອຍກະບອກ

ທະນາຄານວ່າລະງັບບັນນີ້ ໃຫ້ຂ້ອຍເເນ່ຢ້ານເງິນມັນຢັງຢາຍໄປທາງອື່ນ #ທາງທະນາຄານບໍ່ລະງັບໃຫ້ ວ່າໃຫ້ໄປເເຈ້ງຕຳຫລວດຂ້ອຍກະໄປ ທາງຕຳຫລວດກະວ່າຄືບໍ່ລະງັບໃຫ້ ຖ້າ

ໄດ້ໃບເເຈ້ງຄວາມຈາກຕຳຫລວດຈຶງເອົາເຂົ້າໄປຢືນໃຫ້ທີ່ຫລັງ ຈົນປານນີ້ເງິນຢັງຢາຍໄປໃສຕໍ່ໃສ #ຂ້ອຍຜູ້ເປັນເຈົ້າຂອງບັນຊີເຫັນເຂົາລັກເງິນອອກຕໍ່ຫນ້າຕໍ່ຫນ້າຍັງເຮັດຫຍັງບໍ່
ໄດ້

ເຂົ້າໄປທະນາຄານສູນໃຫຍ່ຢາກຮູ້ວ່າຄົນເອົາຢູ່ບ້ານເມືອງເເຂວງໃດກະວ່າໃຫ້ຂໍມູນບໍ່ຕົງ ມີເເຕ່ວ່າໃຫ້ຕຳຫລວດດເພີ່ນປະສານ ທາງຕຳຫລວດກະຖ້າທາງທະນາຄານໃຫ້ປ້ອນຂໍມູນ

ມາໃຫ້ ຂ້ອຍຖ້າມານີ້ທິດກວ່າເເລ້ວຍັງບໍ່ມີການຄືບຫນ້າໃດໆ #ຂ້ອຍບໍ່ຄອງໄດ້ເງິນກ້ອນນັ້ນຂ້ອຍຈຶງອອກມາເວົ້າ #ຖາມວ່າເຂົາເອົາຂໍມູນມາເເຕ່ໃສບໍ່ມີໃຜສິໄປປ່າວປະກາດບອກຂໍມູນຂອງໂຕເອງໃຫ້ຄົນອື່ນຮັບຮູ້ດອກ

ຖ້າວ່າເເຮັກຂໍມູນຖ້າເເຮັກກັນງ່າຍດາຍຂະນາດນີ້ທາງທະນາຄານນີ້ມີຄວາມປອດໄພໄວ້ວ່າງໃຈເເລະເຊື່ອຖືໄດ້ບໍ່ #ເເຕ່ກ່ອນເວົ້າເອົາເງີນໄວ້ທະນາຄານຢ້ານຄົນລັກຢ້ານໂຈນຂະໂມຍ

ຂະນາດຢູ່ທະນາຄານຍັງລັກໄປໄດ້ #ເເລ້ວເອົາຄວາມໄວ້ວ່າງໃຈເຊື່ອຖືໄດ້ຢູ່ໃສ່ ແລະອີກຢ່າງຫນື່ງການນຳໃຊ້ບີຊີວັນນີ້ຂ້ອຍຢາກຖາມວ່າບໍ່ມີໃຫ້ລະບຸໂຕຕົນເເນ່ຫວາຄືໄປຕັ້ງເອົາງ່າຍ

ເອົາດາຍເເທ້ ເງິນ49,000,000 ມັນບໍ່ຫລາຍສຳລັບຄົນອື່ນເເຕ່ມັນກະຫມົດມີຂ້ອຍ ໃນເເຊັດໂຈນຂະໂມຍມັນຢາກເວົ້າເເນວໃດກະໄດ້ ເພື່ອໃຫ້ເຮົາຈັບຜິດບ່ອນອື່ນ ອາດຈະ

ເປັນຄົນລາວເຮົາກະມີ ຍອມໃຈຄົນເຮົາ ບໍ່ເຄີຍໄປລັກໄປເອົາຂອງໃຜເປັນຫຍັງຕ້ອງມາລັກຂອງຂ້ອຍ ຂ້ອຍກະເປັນເເມ່ຄ້າໂຕນ້ອຍໆຄົນຫນື່ງທີ່ກຳລັງສ້າງກຳລັງຫາເງິນກວ່າຈະໄດ້

ມາຂ້ອຍກະເກັບ5ເກັບ10 ມາຄືກັນ ຖ້າຂ້ອຍໄດ້ຄືນກະເປັນບຸນຂອງຂ້ອຍ ຖ້າຂ້ອຍນຳສຸດຄວາມສາມາດເເລ້ວບໍ່ໄດ້ກັບຄືນມາກູກະສິຍາດນ້ໍາໃຫ້ມຶງເດີ້🙏🏻🙏🏻

ກົດ ໄລນ໌ເເຊຣ໌ເຕື່ອນກັນໄປ⁉️‼️ລະວັງກັນເເນ່ເດີ້ ສັງຄົມທຸກມື້ນີ້ ຂ້ອຍກະໄດ້ເເຕ່ທຳໃຈ ເລີ່ມຕົ້ນໃຫມ່ຕັ້ງຫນ້າຕັ້ງຕາຫາເອົາໃຫມ່ ຍອມຮັບມັນ


ສຸດງົງ ບັນຊີຖືກແຮັກ? ເງີນໃນບັນຊີຕົນເອງຫາຍໄປ 49.000.000 ລ້ານກີບ