ກັກເປົ້າໝາຍລັກຊັບໄດ້ 1 ຄົນ ພ້ອມຜູ້ຮ່ວມຂະບວນການອີກ 3 ຄົນ

0
567

ກັກເປົ້າໝາຍລັກຊັບໄດ້ 1 ຄົນ ພ້ອມຜູ້ຮ່ວມຂະບວນການອີກ 3 ຄົນ

ທ້າວ ສົມພອນ ພັກເຊົາຢູ່ບ້ານສີວິໄລ ເມືອງໄຊທານີ ນວ, ຖືກເຈົ້າໜ້າຈັບຕົວໄດ້ ຢູ່ຫ້ອງເຊົ່າ ພ້ອມຂອງກາງລົດຈັກ 1 ຄັນ ແລະ ຜູ້ຮ່ວມຂະບວນການອີກ 3 ຄົນ ຊື່ ນາງ ມາລິສາ ອາຍຸ 18 ປີ ພັກເຊົາ ຢູ່ບ້ານຈອມມະນີ ເມືອງໄຊເສດຖາ, ທ້າວ ອານຸສອນ ບ້ານທາດຂາວ ແລະ ທ້າວ ພຸດທິພົງ ບ້ານໂພນສະຫວັນເໜືອ ເມືອງສີສັດຕະນາກ ນວ, ພາຍຫຼັງໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍ.

ພັທ ສັງ ພີມພາ ຫົວໜ້າ ສະຖານີຮັບແຈ້ງ ແລະ ແກ້ໄຂເຫດສຸກເສີນ ສນ 1191 ຈຸດສະພັງເມິກ ເມືອງໄຊທານີ ນວ ໃຫ້ຮູ້ວ່າ: ວັນທີ 29 ພະຈິກ 2021 ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍ ຢູ່ບ້ານນາທົ່ມ ເມືອງໄຊທານີ ນວ ວ່າ: ມີຄົນມາລັກລົດຈັກຂອງຕົນ, ຮອນດ້າ ເວບ 100 ສີຟ້າ-ດໍາ,ໝາຍເລກທະບຽນ ດອ 6968 ກຳແພງນະຄອນ ຈອດໄວ້ຢູ່ຂ້າງຫ້ອງເຊົ່າອ້າຍຮັກ ຢູ່ບ້ານນາທົ່ມ ເມືອງໄຊທານີ ນວ. ສະນັ້ນ, ເຈົ້າໜ້າທີ່ຕໍາຫຼວດ ສນ 1191 ຈຸດສະພັງເມິກ ເມືອງໄຊທາ ນວ ຈຶ່ງສົມທົບກັບ ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ປະຈໍາປ້ອມ ຫຼັກ6 ລົງຕິດຕາມເປົ້າໝາຍ ແລະ ສືບຮູ້ໄດ້ວ່າ ຜູ້ກໍ່ເຫດລັກລົດຈັກແມ່ນ ທ້າວ ສົມພອນ ພັກເຊົາຢູ່ບ້ານສີວິໄລ ເມືອງໄຊທານີ ນວ, ເຈົ້າໜ້າຈຶ່ງໄດ້ເຂົ້າຈັບຕົວຜູ້ກ່ຽວ ແລະ ເກັບກູ້ຂອງກາງລົດຈັກ ໄດ້1 ຄັນ ພ້ອມດ້ວຍຜູ້ຮ່ວມຂະບວນການ 3 ຄົນ, ຍິງ 1 ຄົນ ມາສະຖານີຮັບແຈ້ງເຫດ ແລະ ແກ້ໄຂເຫດສຸກເສີນ ສນ 1191 ຈຸດສະພັງເມິກ ເມືອງໄຊທານີ ນວ ເພື່ອສືບສວນ-ສອບສວນ.
ຕໍ່ກັບຄະດີດັ່ງກ່າວ, ເຈົ້າໜ້າທີ່ກຳລັງ ສືບສວນ-ສອບສວນ ດຳເນີນຄະດີຕາມກົດໝາຍ.