ຄວາມຮັກເປັນສິ່ງທີ່ສວຍງາມ ຄວາມຮັກບໍ່ແມ່ນການຈັດງານທີ່ໃຫ່ຍບໍ່ໄດ້ໝາຍເຖິງວ່າຈະຢູ່ນຳກັນຈົນຕະຫຼອດລອດຝັ່ງໄດ້ ສະນັ້ນບໍ່ວ່າຈະເປັນການຈັດງານແບບໃດ ກໍ່ບໍ່ສາມາດກະລັນຕີວ່າຈະຮັກກັນໄປຮອດມື້ໃດ ແລະ ຊີວິດຄູ່ນັ້ນຈະມີຄວາມສຸກຫຼືບໍ່ ທີ່ສຳຄັນ ກໍ່ຄືຄົນ ສອງຄົນທີ່ເຂົ້າໃຈກັນໃຫ້ຫຼາຍທີ່ສຸດ ມີຫັຍງປຶກສາກັນໃຫ້ອະໄພຊື່ງກັນແລະກັນ ບໍ່ວ່າຈະເປັນເລື້ອງນ້ອຍຫຼືໃຫ່ຍແລະລ່າສຸດກໍ່ມີການຈັດງານແບບອອນໄລນ໌ ຈັດງານໝັ້ນທາງອອນໄລນ໌
ແບບນີ້ກໍມີ! ໂຄວິດເປັນເຫດແທ້ ຄູ່ຮັກໝັ້ນກັນທາງອອນລາຍ ຍິນດີນຳຂໍໃຫ້ຮັກກັນຕະຫຼອດໄປຈາກຜູ້ໃຊ້ເຟສບຸກຊື່Kukar Ksv ໄດ້ໂພສໃນວັນທີ 02/12/2021 ວ່າ: ເພາະໂຄວີດເຮົາຈື່ງຫ່າງກັນຫມັ້ນອອນລາຍແຕ່ບໍເປັນບັນຫາໃນການຮັກ 16.6.2020ຄົບ 2.12.2021 ຫມັ້ນ
ຂອບໃຈສຳລັບທຸກຢ່າງທີ່ຜ່ານມາ ເອີ້ນໄດ້ເຕັມປາກແລ້ວວ່າຄູ່ຊີວີດຂໍໂທດ ທີ່ບໍໃດ້ຢູ່ໃນມື້ສຳຄັນຂອງສອງຄົນເຮົາໂຄວິດເປັນເຫດແທ້ໆເນາະ ອາດຈະມີຫຼາຍຄູ່ທີ່ຢູ່ຫ່າງກັນໄປຫາກັນບໍ່ໄດ້ ແຕ່ເຖິງຈະຢູ່ໄກກັນປານໃດກໍ່ບໍ່ເທົ່າໃຈທີ່ຮັກໝັ້ນແລະຈິງໃຈຕໍ່ກັນເດີ ຖ້າເຊື່ອໃຈເຊິ່ງກັນແລະກັນຄວາມໄກກັນບໍ່ແມ່ນບັນຫາ ແນວໃດກໍ່ຂໍໃຫ້ເປັນຜົວແກ້ວເມຍທິບເດີ