ນາຍົກລັດຖະມົນຕີ ອອກດໍາລັດວ່າດ້ວຍຊຸດເຄື່ອງນຸ່ງປະຈໍາຊາດ

0
422

ດໍາລັດ ວ່າດ້ວຍຊຸດເຄື່ອງນຸ່ງປະຈໍາຊາດອີງຕາມ ກົດຫມາຍວ່າດ້ວຍລັດຖະບານ ສະບັບເລກທີ 04/ສພຊ, ລົງວັນທີ 08 ພະຈິກ 2016;ອີງຕາມ ຫນັງສືສະເຫນີຂອງກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສະບັບເລກທີ 584/ຖວທ, ລົງວັນທີ 18 ພະຈິກ 2021.ນາຍົກລັດຖະມົນຕີ ອອກດໍາລັດ:

ມາດຕາ 1. ຈຸດປະສົງ: ດໍາລັດສະບັບນີ້ ກໍານົດອົງປະກອບ, ມາດຕະຖານ ຂອງຊຸດເຄື່ອງນຸ່ງປະຈໍາຊາດ ເພື່ອໃຫ້ມີຄວາມ ເປັນເອກະພາບ, ຮັກສາໄດ້ລັກສະນະຊາດ, ມະຫາຊົນ ແລະ ກ້າວຫນ້າ ແນໃສ່ອະນຸລັກ, ສືບທອດ ຮີດຄອງ ປະເພນີ, ເສີມຂະຫຍາຍ ແລະ ພັດທະນາ ຫົວຄິດປະດິດສ້າງຂອງປະຊາຊົນ ດ້ານສີໄມ້ລາຍມືອັນປານີດຈົບງາມ ທີ່ເປັນເອກະລັກອັນໂດດເດັ່ນຂອງຊາດ.

ມາດຕາ 2 ຊຸດເຄື່ອງນຸ່ງປະຈໍາຊາດ: ຊຸດເຄື່ອງນຸ່ງປະຈໍາຊາດ ແມ່ນ ເຄື່ອງນຸ່ງຫົ່ມ, ເຄື່ອງປະດັບເອ້ ທີ່ເປັນເອກະລັກ ແລະ ມູນເຊື້ອ ວັດທະນະທໍາ ທີ່ນໍາໃຊ້ແຕ່ງກາຍຂອງທ່ານຍີງ ແລະ ທ່ານຊາຍ ເພື່ອເຂົ້າຮ່ວມ ພິທີທາງການ, ພິທີການ ແລະ ພິທີກໍາ ຕາມຄວາມເຫມາະສົມ.

ມາດຕາ 3 ຂອບເຂດການນໍາໃຊ້ດໍາລັດ: ດໍາລັດສະບັບນີ້ ນໍາໃຊ້ສໍາລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຢູ່ພາຍໃນ ແລະ ຕ່າງປະເທດ ທີ່ພົວພັນກັບຊຸດເຄື່ອງນຸ່ງປະຈໍາຊາດ.

ມາດຕາ 4 ອົງປະກອບ ຊຸດເຄື່ອງນຸ່ງປະຈໍາຊາດທ່ານຍິງ: ອົງປະກອບ ຊຸດເຄື່ອງນຸ່ງປະຈໍາຊາດ ທ່ານຍິງ ມີ ດັ່ງນີ້: 1. ເສື້ອ; 2. ສິ້ນ; 3. ແພບ່ຽງ: 4. ເກີບ.

ມາດຕາ 5 ອົງປະກອບຊຸດເຄື່ອງນຸ່ງປະຈໍາຊາດ ທ່ານຊາຍ: ອົງປະກອບ ຊຸດເຄື່ອງນຸ່ງປະຈໍາຊາດ ທ່ານຊາຍ ມີ ດັ່ງນີ້: 1. ເສື້ອ; 2. ໂສ້ງ; 3. ເກີບ.ມາດຕາ 6 ມາດຕະຖານ ຊຸດເຄື່ອງນຸ່ງປະຈໍາຊາດທ່ານຍິງ: ມາດຕະຖານ ຊຸດເຄື່ອງນຸ່ງປະຈໍາຊາດທ່ານຍິງ ມີ ດັ່ງນີ້:

1.ເສື້ອ:ແພເສື້ອ: ແພໄຫມ, ແພຝ້າຍ ທີ່ເປັນຜະລິດຕະພັນຂອງລາວ;ສີເສື້ອ: ບໍ່ຈໍາກັດສີ;ຄໍເສື້ອ: ຂະຫນາດ ສີ່ ຫາ ເຈັດ ຊັງຕີແມັດ, ກໍ່ປ້າຍໃສ່ແຂບ ປ້າຍຂວາ ຫາ ຊ້າຍ, ຕໍ່າ ຫຼື ປັກແສ່ວ ດ້ວຍຝ້າຍ ຫຼື ໄຫມ ແລະ ຕິດກະດຸມ ທີ່ມີສີກົມກືນກັບສີແພເສື້ອ ສອງ ຫາ ສາມ ເມັດ ຢູ່ປາຍແຂບເສື້ອ;ແຂນເສື້ອ: ແຂນຍາວຊົງກະບອກ ຍາວກາຍແຂນສອກ ເຖິງ ຂໍ້ແຂນ.

ສິ້ນ:ຜືນສິ້ນ: ມີຫົວສິ້ນ ແລະ ຕີນສິ້ນ;ສິ້ນຝ້າຍ ແລະ ສິ້ນໄຫມ ລາຍຈົກ, ລາຍຂິດ, ລາຍຂັ້ນ ແລະ ລາຍອື່ນ ຕາມຄວາມເຫມາະສົມ;ຕີນສິ້ນ ຂະຫນາດ ສິບແປດ ຫາ ຊາວຫ້າ ຊັງຕີແມັດ ສີກົມກືນກັບຜືນ;

ແພບ່ຽງ: ແພບ່ຽງຕໍ່າເປັນຊຸດກົມກືນກັບຜືນສິ້ນ, ຂະຫນາດລວງຍາວ ສອງຮ້ອຍຊາວ ຫາ ສອງຮ້ອຍຊາວຫ້າ ຊັງຕີແມັດ, ລວງກວ້າງ ສາມສິບຫົກ ຫາ ສີ່ສິບ ຊັງຕີແມັດ;

4.ເກີບ: ເກີບສຸບ ປິດສົ້ນ ປີດປາຍ ມີສົ້ນ, ສີດໍາ, ສີນ້ໍາຕານ ຫຼື ສີອື່ນ ທີ່ກົມກືນກັບເຄື່ອງນຸ່ງ.ມາດຕາ 7 ມາດຕະຖານ ຊຸດເຄື່ອງນຸ່ງປະຈໍາຊາດທ່ານຊາຍ ມາດຕະຖານ ຊຸດເຄື່ອງນຸ່ງປະຈໍາຊາດທ່ານຊາຍ ມີ ດັ່ງນີ້:

ເສື້ອ;ແພເສື້ອ: ແພໄຫມ ຫຼື ແພຝ້າຍ ທີ່ເປັນຜະລິດຕະພັນຂອງລາວ;ສີເສື້ອ: ບໍ່ຈໍາກັດສີ;ຄໍເສື້ອ: ທໍ່ຕັ້ງປີດ;ຖົງເສື້ອເປັນຖົງເຈາະ ຢູ່ເບື້ອງເທິງດ້ານຊ້າຍ ຫນຶ່ງ ຖົງບໍ່ມີຝາປິດ, ຖົງເສື້ອລຸ່ມ ສອງ ຖົງ ມີຝາປິດ;ແຂນເສື້ອ: ແຂນຍາວຊົງກະບອກ ຕິດກະດຸມ ສາມ ເມັດ ຢູ່ປາຍແຂນເສື້ອ; – ດ້ານຫຼັງເສື້ອແຈກ ສອງ ເບື້ອງ;
ກະດຸມເສື້ອ ຫ້າ ຫາ ເຈັດ ເມັດ.

ໂສ້ງ:ແພໂສ້ງ: ແພສີດໍາ, ສີມືດ ທີ່ເປັນຜະລິດຕະພັນລາວ ຫຼື ເພອື່ນ;ໂສ້ງ: ຂາຍາວຊົງກະບອກ. 3. ເກີບ: ເກີບສີດໍາ ຫຼື ສີມີດ ແລະ ຖົງເທົ້າສີດໍາ ຫຼື ສິມີດ.

ມາດຕາ 8 ຂໍ້ຫ້າມຫ້າມບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ມີ ພຶດຕິກໍາ ດັ່ງນີ້:ແຕ່ງກາຍຊຸດເຄື່ອງນຸ່ງປະຈໍາຊາດ ເຄື່ອນໄຫວ ຫຼື ກະທໍາຜິດ ກົດຫມາຍ ແລະ ລະບຽບການ;ນໍາເອົາຊຸດເຄື່ອງນຸ່ງປະຈໍາຊາດ ໄປໂຄສະນາ ບິດເບືອນ, ໃສ່ຮ້າຍປ້າຍສີ, ລົບລູ່, ເເຕະຕ້ອງກຽດສັກສີ ແລະ ເປັນການແບ່ງແຍກຄວາມສາມັກຄີພາຍໃນຊາດ;
ນໍາເອົາຊຸດເຄື່ອງນຸ່ງປະຈໍາຊາດ ໄປເປັນເຄື່ອງແບບຂອງພະນັກງານອົງການຈັດຕັ້ງຕົນ;ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດຫມາຍ.

ມາດຕາ 9 ການຈັດຕັ້ງປະຕິບັດມອບໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເປັນເຈົ້າການປະສານສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດດໍາລັດສະບັບນີ້ ໃຫ້ໄດ້ຮັບຜົນດີ.

ບັນດາກະຊວງ, ອົງການຈັດຕັ້ງ ພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ອົງການປົກຄອງທ້ອງຖິ່ນ, ອົງການ ຈັດຕັ້ງສັງຄົມ, ທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງຮັບຮູ້ ແລະ ປະຕິບັດ ຕາມດໍາລັດສະບັບນີ້ ຢ່າງເຂັ້ມງວດ.