ໂມເດີນາຊີ້ ວັກຊີນເດີມ ຕ້ານໂອໄມຄຣອນ ມີປະສິດທິພາບຫຼຸດລົງ

0
574

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ລາຍ​ງານ​ວ່າ ທ່ານ ສະ​ເຕ​ຟານ ບັນ​ເຊ​ລ ຜູ້​ບໍ​ລິ​ຫານ​ບໍ​ລິ​ສັດ​ໂມ​ເດີ​ນາ​ເປີດ​ເຜີຍ​ວ່າ ວັກ​ຊີນ​ທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ ຄາດ​ວ່າ ຈະ​ມີ​ປະ​ສິດ​ທິ​ພາບຫຼຸດ​ລົງ​ໃນ​ການ​ຕ້ານ​ກັບ​ໄວ​ຣັ​ສ​ກາຍ​ພັນ ໂອ​ໄມ​ຄ​ຣອນ ພ້ອມ​ເຕືອນ​ວ່າ ບັນ​ດາ​ບໍ​ລິ​ສັດ​ຜູ້​ພັດ​ທະ​ນາ​ວັກ​ຊີນຕ້ອງ​ໃຊ້​ເວ​ລາ​ອີກຫຼາຍ​ເດືອນ ຈຶ່ງ​ສາ​ມາດ​ຜະ​ລິດ​ວັກ​ຊີນ​ປ້ອງ​ກັນ​ສາຍ​ພັນ​ດັ່ງ​ກ່າວ​ໄດ້.

ຜູ້​ບໍ​ລິ​ຫານ​ຂອງ​ໂມ​ເດີ​ນາ ກ່າວ​ວ່າ: ໄວ​ຣັ​ສ​ສາຍ​ພັນ​ໂອ​ໄມ​ຄ​ຣອນ ມີ​ການ​ກາຍ​ພັນຫຼາຍ​ຕຳ​ແໜ່ງ​ທີ່​ໜາມ​ໂປ​ຣ​ຕິນ (Spike Protein) ແລະ ການ​ທີ່​ສາຍ​ພັນ​ດັ່ງ​ກ່າວ​ແຜ່​ລະ​ບາດ​ຢ່າງ​ໄວ​ວາ​ໃນ​ທະ​ວີບ​ອາ​ຟ​ຣິກ​ກາ ເຮັດ​ໃຫ້​ຕ້ອງ​ປັບ​ປຸງ​ສູດ​ວັກ​ຊີນໃນ​ຕົ້ນ​ປີ​ໜ້າ.

ຂ້ອຍ​ຄິດ​ວ່າ ປະ​ສິດ​ທິ​ພາບ​ຂອງວັກ​ຊີນໃນ​ການ​ປ້ອງ​ກັນ​ສາຍ​ພັນ ໂອ​ໄມ​ຄ​ຣອນ​ນັ້ນ ຈະ​ບໍ່​ເທົ່າ​ກັບ​ສາຍ​ພັນ​ເດວ​ຕ້າ ແຕ່​ຈະຫຼຸດ​ລົງ​ໜ້ອຍຫຼາຍ​ສ່ຳ​ໃດ​ນັ້ນ ຍັງ​ບໍ່​ທັນ​ຮູ້​ລະ​ອຽດ ຍັງ​ລໍ​ຖ້າ​ຂໍ້​ມູນ​ການ​ວິ​ໄຈ ແຕ່​ນັກ​ວິ​ທະ​ຍາ​ສາດບອກວ່າ ປະ​ສິດ​ທິ​ພາບ​ບໍ່​ຄ່ອຍ​ດີ​ປານ​ໃດ, ຜູ້​ບໍ​ລິ​ຫານ​ໂມ​ເດີ​ນາ ກ່າວ.