ການແຂ່ງຂັນບານເຕະຊີແຊ໊ມອາຊຽນ (AFF Suzuki cup 2020) ພົບກັບບັນຫຍຸ້ງຍາກ ເມື່ອທີມຊາດມຽນມາ ມີນັກເຕະໃນທີມເຖິງ 10 ຄົນ ຕ້ອງໄດ້ກັກໂຕ ເນື່ອງຈາກມີຄວາມສ່ຽງສູງທີ່ຈະຕິດເຊື້ອໂຄວິດ-19 ກ່ອນທີ່ຈະຕ້ອງທຳການແຂ່ງຂັນເກມນັດທຳອິດກັບເຈົ້າພາບສິງກະໂປ ໃນວັນທີ 5 ທັນວານີ້.
ໃນການຖະແຫລ່ງຂ່າວຢ່າງເປັນທາງການ ອອງຕວນ ເຮ ຜູ້ຈັດການທີມຊາວເຢຍລະມັນຂອງ ມຽນມາ ເຂົ້າຮ່ວມຖະແຫລ່ງຂ່າວຜ່ານທາງລະບົບອອນລາຍ ບໍ່ໄດ້ມີທີ່ສະຫນາມກິລາແຫ່ງຊາດສິງກະໂປຄືກັບຜູ້ຈັດການທີມຄົນອື່ນໆ ເພາະຕ້ອງກັກໂຕເຊ່ັນດຽວກັນ ຫລັງຈາກນັກເຕະໃນທີມ 10 ຄົນມີຄວາມສ່ຽງສູງທີ່ຈະຕິດໂຄວິດ.
ອອງຕວນ ເຮ ເປີດເຜີຍວ່າ : ນອກຈາກນັກເຕະ 10 ຄົນທີ່ຕ້ອງກັກໂຕແລ້ວ ຍັງມີນັກເຕະອີກ 4 ຄົນທີ່ມີອາການບາດເຈັບ ເທົ່າກັບວ່າຍັງບໍ່ແນ່ໃຈວ່າທັງຫມົດ 14 ຄົນ ຈະສາມາດລົງຫລິ້ນໃນເກມກັບສິ່ງກະໂປໄດ້ ຫລື ບໍ່ ດັ່ງນັ້ນ ອາດຈະເຫລືອນັກເຕະພຽງ 13 ຄົນ ເຊິ່ງເປັນຜູ້ຮັກສາປະຕູເຖິງ 4 ຄົນ ລົງສະຫນາມໃນເກມນີ້ ກໍຫວັງວ່າຈະມີນັກເຕະພຽງພໍພ້ອມລົງຫລິ້ນ.
ນັກເຕະທີມຊາດມຽນມາທີ່ມີຄວາມສ່ຽງທັງ 10 ຄົນ ຈະເຂົ້າກວດຫາເຊື້ອໂຄວິດ-19 ທີ່ໂຮງຫມໍອີກຄັ້ງຫນຶ່ງ ແລະ ຈະບໍ່ໄດ້ຊ້ອມຄັ້ງສຸດທ້າຍກ່ອນພົບກັບສິ່ງກະໂປແນ່ນອນ.