ເອີ້ນໄດ້ວ່າຜັນໂຕມາເປັນຊາວກະສິກອນຢ່່າງເຕັມຕົວເລີຍກໍ່ວ່າໄດ້ ສໍາລັບອາດີດພະເອກໜຸ່ມລູກ 3 ນໍ້າ ລະພີພັດ ທີ່ກ່ອນໜ້ານີ້ຜູ້ກ່ຽວໄດ້ໂລດແລ່ນຢູ່ວົງການບັນເທີງມາດົນເຕີບ ແລະ ໄດ້ຊື່ວ່າເປັນພະເອກຕິດດິນແບບສຸດໆ.
ເວລາຜ່ານໄປ ໜຸ່ມນໍ້າ ໄດ້ຕັດສິນໃຈຍົກຄອບຄົວມາລົງຫຼັກປັກຖານກາງສວນທີ່ຈັງຫວັດນະຄອນນາຍົກ ໂດຍຕັ້ງຊື່ວ່າ ລະພີພັດຟາມ ເພື່ອເຮັດສວນ ເຮັດໄວ, ເຮັດໜອງລ້ຽງປາ ລ້ຽງງົວ, ລ້ຽງຄວາຍ ແລະ ລ້ຽງໄກ່ ລວມເຖິງສອນລູກໃຫ້ສໍາຜັດກັບຊີວິດບ້ານນອກຄືກັບຄົນເອງໃນໄວເດັກ.
ແຕ່ຫຼ້າສຸດກໍ່ມີເລື່ອງໃຫ້ ນໍ້າ ລະພີພັດ ຕ້ອງເສຍນໍ້າຕາ ເມື່ອເຈົ້າຕົວຈໍາຕ້ອງໄດ້ຂາຍຄວາຍໂຕທີ່ຮັກທີ່ສຸດ ຊື່ ເຈົ້າເພີນ ມູນຄ່າ 2ລ້ານບາດ ທີ່ໄດ້ລັ່ນສັດຈະວາຈາໄວ້.
ໂດຍໜຸ່ມນໍ້າໄດ້ໄລຟສົດ ເປີດໃຈທັ້ງນໍ້າຕາຊ່ວງໜຶ່ງວ່າ ຕົນເອງບໍ່ໄດ້ຄິດວ່າຈະຂາຍຄວາຍໂຕນີ້ ແລະ ໄດ້ຕັ້ງລາຄາໄວ້ ກະວ່າຈະບໍ່ຂາຍ 2ລ້ານບາດ ແລ້ວບອກໃຫ້ທຸກຄົນສູ້ໆເດີ້ ແຕ່ສັດຈະກໍ່ຄືສັດຈະ ຂ້ອຍບໍ່ແມ່ນໂຈນ ເມື່ອມີຄົນສູ້ລາຄາຕົນເອງກໍ່ຕ້ອງແບ່ງ ພ້ອມບອກກັບຄົນທີ່ຊື່້ກາງໄລຟວ່າ ປ່ຽນໃຈກໍ່ໄດ້ເດີ້ ຂ້ອຍບໍ່ຢາກໄດ້ເງິນແລ້ວ ແລະ ຍິນເີກັບຄົນທີ່ຊື້ຄວາຍຂອງຕົນໄປ ພ້ອມຂໍໃຫ້ດູແລລູກຊາຍ(ຄວາຍ)ຂອງຕົນເອງໃຫ້ດີດ້ວຍ ເພາະຕົນເອງລ້ຽງມັນມາດ້ວຍຄວາມຮັກ.
ພ້ອມເຜີຍຕົນບໍ່ເຄີຍລ້ຽງເພື່ອຂາຍ ຫຼື ເອົາກໍາໄລ ໂດຍເປີດລາຄາທີ່ບໍ່ຄິດວ່າຈະມີໃຜຊື້ຄວາມອາຍຸ 7-8ເດືອນ ແຕ່ກໍ່ຂອບໃຈທີ່ເຊື່ອໝັ້ນການພັດທະນາຄວາຍຂອງວຕົນເອງ ເຊິ່ງການທີ່ຕົນເອງໄຫ້ນັ້ນ ຍ້ອນມີຄວາມສຸກໃນການຜະລິດຄວາຍ ເນື່ອງຈາກໂຕນີ້ເຂົາເກີດໃນຄອກ ແລະ ຜະລິດໃນຄອກ ໃຜບໍ່ລ້ຽງຄວາຍ ບໍ່ຮູ້ດອກ ເພາະຕົນລ້ຽງມັນດ້ວຍຄວາມຮັກ.