ອຸຕຸເຕືອນ! ອາທິດນີ້ ອາກາດຍັງໜາວເຢັນ ຫາ ໜາວເຢັນຫຼາຍ ອາດກະທົບຕໍ່ສຸຂະພາບ ຂໍໃຫ້ນຸ່ງຫົ່ມໃຫ້ຮ່າງກາຍອົບອຸ່ນຢູ່ສະເໝີ
ກົມອຸຕຸນິຍົມ ແລະ ອຸທົກກະສາດ ຍັງມີຄຳເຕືອນເຝົ້າລະວັງ ສະພາບອາກາດໜາວໃນອາທິດນີ້ ໂດຍໃນວັນທີ 6 ຫາ 12 ທັນວາ 2021 ຄວາມກົດດັນອາກາດສູງ ຫຼື ມວນອາກາດໜາວເຢັນຈາກປະເທດຈີນຈະມີກຳລັງປານກາງ ຫາ ແຮງ ແຜ່ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວ, ສົມທົບກັບກະແສລົມມໍລະສຸມຕາເວັນອອກສ່ຽງເໝືອພັດປົກ
ຄຸມເປັນສ່ວນໃຫຍ່, ຊື່ງຈະເຮັດໃຫ້ອຸນຫະພູມອາກາດຍັງເຢັນ ຫາ ໜາວເຢັນ ຢູ່ແຂວງ ພາກເໜືອ ໂດຍສະເພາະຢູ່ເຂດພູດອຍ ບັນດາແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນອາກາດຍັງຈະໜາວເຢັນ ຫາ ໜາວເຢັນຫຼາຍ.
ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ, ຈົ່ງມີສະຕິກຽມພ້ອມຮັບມືກັບສະພາບການປ່ຽນແປງໄວຂອງອຸນຫະພູມ,
ອາກາດໜາວເຢັນຫຼາຍ ຊຶ່ງອາດຈະມີຜົນກະທົບຕໍ່ສຸຂະພາບໂດຍສະເພາະແມ່ນເດັກນ້ອຍ ແລະ ຜູ້ເຖົ້າ ຂໍໃຫ້ນຸ່ງຫົ່ມໃຫ້ຮ່າງກາຍອົບອຸ່ນຢູ່ສະເໝີ.